(vovworld) - ວັນທີ 22/6, ບັນດາຄະນະຜູ້ຕາງໜ້າຂອງ 10 ປະເທດ ອາຊຽນ ປະຈຳ ສປຊ ໄດ້ຈັດຕັ້ງ “ວັນຄອບຄົວ ອາຊຽນ” ປະຈຳປີຢູ່ນະຄອນ ນິວຢອກ, ດ້ວຍການເຄື່ອນໄຫວວັດທະນະທຳ, ກິລາ ເພື່ອແນໃສ່ຮັດແໜ້ນສາຍພົວພັນມິດຕະພາບລະຫວ່າງບັນດາສະມາຊິກໃນຄອບຄົວອາຊຽນ. “ວັນຄອບຄົວ ອາຊຽນ” ກາຍເປັນວັນບຸນດ້ວຍການເຄື່ອນໄຫວວັດທະນະທຳ, ສິລະປະ, ລະຫຼີ້ນພື້ນເມືອງ ແລະ ກິລາທີ່ຟົດຟື້ນ. ເນື່ອງໃນໂອກາດນີ້, ບັນດາປະເທດ ອາຊຽນ ກໍ່ແນະນຳອາຫານການກິນທີ່ເປັນເອກະລັກສະເພາະຂອງຕົນ. ຄະນະ ຫວຽດນາມ ໄດ້ແນະນຳບັນດາອາຫານທີ່ເປັນມູນເຊື້ອຄື: ແນມ, ເຂົ້າໜຽວ, ຂົ້ວເສັ້ນລ້ອນ... ເຊິ່ງໄດ້ດຶງດູດເພື່ອນມິດສາກົນມາຮັບປະທານເປັນຈຳນວນຫຼວງຫຼາຍ. ທ່ານເລຮວາຍຈູງ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຕາງໜ້າ ຫວຽດນາມ ປະຈຳ ສປຊ ພ້ອມກັບພະນັກງານ, ຍາດຕິພີ່ນ້ອງຂອງເຂົາເຈົ້າຢູ່ບັນດາອົງການ ຫວຽດນາມ ປະຈຳ ນິວຢອກ ໄດ້ເຂົ້າຮ່ວມການເຄື່ອນໄຫວນີ້ຢ່າງສຸດຈິດສຸດໃຈ.