ວັນທີ 29 ກັນຍາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຈຳນວນ 978 ຄົນ

(VOVWORLD) -  ໃນນັ້ນມີ 1 ຄົນເສຍຊີວິດ. ໃນວັນດຽວກັນ, ມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນຈຳນວນຫຼາຍກ່ວາ 1.100 ຄົນ

ວັນທີ 29 ກັນຍາ, ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ 978 ຄົນ; ໃນນັ້ນມີ 1 ຄົນເສຍຊີວິດ. ໃນວັນດຽວກັນ, ມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນຈຳນວນຫຼາຍກ່ວາ 1.100 ຄົນ, ຍົກຍອດຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີທັງໝົດຂຶ້ນເປັນ 10.590.917 ຄົນ.

       ມາຮອດປະຈຸບັນ, ຫວຽດນາມ ມີຈຳນວນວັກຊິນທີ່ໄດ້ສັກໃຫ້ປະຊາຊົນແລ້ວແມ່ນ 260 ລ້ານໂດສ./.

ຕອບກັບ

ຂ່າວ/ບົດ​ອື່ນ