ວັນບຸນວັດທະນະທຳ “ສີສັນຫວຽດນາມ“ຢູ່ລອນດອນ

ວັນບຸນວັດທະນະທຳ “ສີສັນຫວຽດນາມ“ຢູ່ລອນດອນ - ảnh 1

ນັກ​ສຶກສາ​ຫວຽດນາມກະກຽມ​ຈັດວັນ​ບຸນ​ວັດທະນະທຳ “ສີສັນ​ຫວຽດນາມ“ຢູ່​ລອນ​ດອນ

(vovworld) - ສະມາຄົມ​ນັກ​ສຶກສາ​ຫວຽດນາມ ​ຢູ່​ມະຫາວິທະຍາ​ໄລ University Colleg ລອນ​ດອນ (Vietsoc UCL) ພວມ​ມານະ​ພະຍາຍາມສົມທົບ​ກັບ​ສະຖານທູດ​ຫວຽດນາມ ​ປະຈຳ​ລາຊະ​ອານາຈັກ​ອັງກິດ ​ແລະ ອາຍ​ແລນ​ເໜືອ, ສະມາຄົມ​ໃຫຍ່​ນັກ​ສຶກສາ​ຫວຽດນາມ​ຢູ່ ລາຊະ​ອານາຈັກ​ອັງກິດ ​ແລະ ບັນດາ​ມະຫາວິທະຍາ​ໄລ​ຢູ່​ລອນ​ດອນ​ກະກຽມ​ຈັດວັນ​ບຸນ​ວັດທະນະທຳ “ສີສັນ​ຫວຽດນາມ“ຢູ່​ລອນ​ດອນ, ​ເພື່ອ​ແນ​ໃສ່​ໂຄສະນາ​ຈຸດ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ພື້ນ​ຖານ​ວັດທະນະທຳ​ຫວຽດນາມ ​ເຖິງຊາວ​ອັງກິດ ​ແລະ ສາກົນ. ວັນ​ບຸນ​ວັດທະນະທຳ “ສີສັນ​ຫວຽດນາມ“ ຢູ່​ລອນ​ດອນ ຈະ​ດຳ​ເນີນ​ໃນ​ວັນ​ທີ 24/3 ຢູ່​ມະຫາວິທະຍາ​ໄລ UCL, ວັນ​ບຸນ​ດັ່ງກ່າວ​ລວມມີ​ຫຼາຍ​ເນື້ອ​ໃນ​ທີ່​ແຕກ​ຕ່າງ​ກັນ. ທຸກ​ຄົນ​ສາມາດເຂົ້າ​ຮ່ວມ​ການລະ​ຫຼິ້ນພື້ນ​ເມືອງ, ຮັບ​ປະທານ​ອາຫານ​ທີ່​ເປັນ​ມູນ​ເຊື້ອ, ພົບ​ປະ​ແລກປ່ຽນ ​ແລະ ຊອກ​ຮູ້​ກ່ຽວ​ກັບ​ພື້ນຖານ​ວັດທະນະທຳ ສິລະ​ປະ​ຂອງ​ຫວຽດນາມ. ການ​ເຄື່ອນ​ໄຫວ​ນີ້​ປະກອບສ່ວນ​ເຊື່ອມ​ຕໍ່​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຫວຽດນາມ​ ກັບ​ເພື່ອ​ນມິດ​ອັງກິດ ​ແລະ ສາກົນ.

ຂ່າວ/ບົດ​ອື່ນ