ວັນບຸນອາສາສະໝັກແຫ່ງຊາດປີ2014

ວັນບຸນອາສາສະໝັກແຫ່ງຊາດປີ2014 - ảnh 1
ພາບ​ປະ​ກອບ:thanhdoan.vn

vovworld)-​ ວັນ​ທີ 6/12 ຢູ່ ຮ່າ​ໂນ້ຍ, ໂດຍ​ຕອບ​ສະ​ຫນອງ​ປີ​ຊາ​ວ​ຫນຸ່ມ​ອາ​ສາ​ສະ​ໝັກ2014, ສະ​ເຫລີມ​ສະ​ຫລອງ 15 ປີ​ແຫ່ງ​ຂະ​ບ​ວນ​ການ​ຊາວ​ຫນຸ່ມ​ອາ​ສາ​ສະ​ໝັກ ແລະ ສະ​ເຫລີມ​ສະ​ຫລອງ “ວັນ​ສາ​ກົນ​​ຜູ້​ອາ​ສາ​ສະ​ໝັກ” ຄື​ວັນ​ທີ 5/12, ສູນ​ກາງ​ຄະ​ນະ​ຊາວ​ຫນຸ່ມກອມ​ມູ​ນິດ​ໂຮ່​ຈິ​ມີນ, ສູນ​ກາງ​ສະ​ຫະ​ພັນ​ຊ​າວ​ຫນຸ່ມ​ຫວຽດ​ນາມ, ສູນ​ອາ​ສາ​ສະ​ໝັກ​ແຫ່ງ​ຊາດ ໄດ້​ສົມ​ທົບ​ກັບ ສ​ປ​ຊ ປະ​ຈຳ​ຫວຽດ​ນາມ, ສ​ະ​ຖາ​ບັນ​ໂລ​ຫິດ​ສາດ ແລະ ສົ່ງ​ເລືອດ​ສູນ​ກາງ, ສະ​ມາ​ຄົມ​ຊາວ​ຫນຸ່ມຂົນ​ຂວາຍ​ການ​ບໍ​ລິ​ຈາກ​ເລືອດ ຮ່າ​ໂນ້ຍ ແລະ ສະ​ມາ​ຄົມ​ຊາວ​ຫນຸ່ມ​ອາ​ສາ​ສະ​ໝັກ​ຮ່າ​ໂນ້ຍ ຈັດ​ຕັ້ງ​ວັນ​ບຸນ​ອາ​ສາ​ສະ​ໝັກ​ແຫ່ງ​ຊາດ​ປີ 2014. ພາຍ​ໃຕ້​ຫົວ​ເລື່ອງວ່າ: “ຂ້ອຍ​ຮັກ​ຫວຽດ​ນາມ”, ມີ​ຊາວ​ຫນຸ່ມ​ອາ​ສາ​ສະ​ໝັກ 10.000 ຄົ​ນ​ມາ​ຈາກ​ເກືອບ 100 ອົງ​ການ, ສະ​ໂມ​ສອນ, ຫນ່ວຍ​ຊາວ​ຫນຸ່ມ​ອາ​ສາ​ສະ​ໝັກ​ຢູ່​ພາຍ​ໃນ​ ແລະ ຕ່າງ​ປະ​ເທດ ເຂົ້າ​ຮ່ວມ​ເຫດ​ການ​ທີີ່​ມີ​ຄວາມ​ໝາຍນ​ີ້. ຄະ​ນະ​ຈັດ​ຕັ້ງ​ໃຫ້​ຮູ້​ວ່າ: ຄາດ​ວ່າ ຈະ​ມີ ຊາວ​ຫນຸ່ມ​ອາ​ສາ​ສະ​ໝັກ 3000 ຄົນ​ເຂົ້າ​ຮ່ວມ​ການ​ບໍ​ລິ​ຈາກ​ເລືອດ.

ຂ່າວ/ບົດ​ອື່ນ