ວິສາຫະກິດອັງກິດ ມີກາລະໂອກາດ ຫຼາຍຢ່າງເມື່ອລົງທຶນເຂົ້າຫວຽດນາມ

ວິສາຫະກິດອັງກິດ ມີກາລະໂອກາດ ຫຼາຍຢ່າງເມື່ອລົງທຶນເຂົ້າຫວຽດນາມ - ảnh 1
(ພາບປະກອບ)

(vovworld) -  ຫວຽດນາມ​ມີ​ກາລະ​ໂອກາດ​ຫຼາຍ​ຢ່າງ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ອັງກິດ ລົງທຶນ​ເຂົ້າ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ພັດທະນາ​ພື້ນຖານ​ໂຄງ​ລ່າງ. ​ໃນ​ການ​ປະຊຸມ​ຂ່າວ​​ເມື່ອ​ວັນ​ທີ 7/9 ຢູ່​ລອນ​ດອນ, ​ເຈົ້າ​ຄອງ​​ເຂດ​ການ​ເງິນ​ລອນ​ດອນ David Wootton ​ໄດ້​ຢັ້ງຢືນ​ຄື​ດັ່ງກ່າວ. ​ເຈົ້າ​ຄອງ​​ເຂດ​ການ​ເງິນ​ລອນ​ດອນ David Wootton ຈະ​ນຳ​ໜ້າ​ຄະນະ​ນັກ​ທຸກ​ລະ​ກິດ 20 ຄົນ​ມາ​ຫວຽດນາມ ​ໃນ​ທ້າຍ​ເດືອນ 9 ນີ້ ​ເພື່ອ​ແນ​ໃສ່​ຊຸກຍູ້​ກາລະ​ໂອກາດ​ຮ່ວມ​ມື ​ແລະ ລົງທຶນ​ລະຫວ່າງ​ສອງ​ປະ​ເທດ​ກວ່າ​ອີກ. ຕາມ​ທ່ານ​ແລ້ວ, ​ໃນ​ໄລຍະ​ຢູ່​ຢ້ຽມຢາມ​ຫວຽດນາມ, ທ່ານ​ຈະ​ມີ​ການ​ພົບ​ປະ ​ແລະ ​ເຮັດ​ວຽກ​ກັບ​ບັນດາ​ເຈົ້າ​ໜ້າ​ທີ່​ຂອງ​ລັດຖະບານ, ນັບ​ທັງ​ບັນດາ​ການ​ນຳ​ວິ​ສາ​ຫະກິດ​ຕ່າງໆ​ຂອງ​ຫວຽດນາມ​ເພື່ອ​ກຳນົດ​ບັນດາ​ໂຄງການ​ທົດ​ລອງ​ກ່ຽວ​ກັບ​ການ​ຮ່ວມ​ມື​ຕາມ​ຮູບ​ແບບ​ຄູ້​ຮ່ວມ​ມື​ລະຫວ່າງ​ພາກ​ລັດ ​ແລະ ພາກ​ເອກະ​ຊົນ (PPP). ທ່ານ​ຫວັງ​ວ່າ​ຜ່ານ​ການ​ຢ້ຽມຢາມ​ຄັ້ງ​ນີ້​ຈະ​ປະກອບສ່ວນ​ບັນລຸ​ໄດ້​ຈຸດໝາຍ​ເຊິ່ງສອງ​ປະ​ເທ​ດ​ໄດ້​ວາງ​ອອກ ​ແມ່ນ​ເພີ່ມ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍຂຶ້ນ​ເຖິງ 4 ຕຶ້ USD ​ໃນ​ປີ 2013 ​ແລະ ​ເພີ່ມ​ເງິນ​ລົງທຶນ​ໂດຍ​ກົງ​ຂອງ​ບັນດາ​ວິ​ສາ​ຫະກິດ​ອັງກິດ ​ເຂົ້າ​ຫວຽດນາມ.

ຂ່າວ/ບົດ​ອື່ນ