ວາດພາບບັນຍາກາດຕ້ອນຮັບບຸນເຕັດຢູ່ຄຸ້ມເມືອງເກົ່າຮ່າໂນ້ຍ

(VOVWORLD) -ຕອນບ່າຍວັນທີ 2 ກຸມພາ, ບັນຍາກາດຕ້ອນຮັບບຸນເຕັດໄດ້ວາດພາບຢູ່ບັນດາເຂດປູຊະນີຍະສະຖານໃນຄ້ມເມືອງເກົ່າ ຮ່າໂນ້ຍ. 
ວາດພາບບັນຍາກາດຕ້ອນຮັບບຸນເຕັດຢູ່ຄຸ້ມເມືອງເກົ່າຮ່າໂນ້ຍ - ảnh 1ບໍລິເວນບູຊາໃນໂອກາດບຸນເຕັດຂອງຄອບຄົວຊາວຮ່າໂນ້ຍ

ນີ້ແມ່ນຫນຶ່ງໃນບັນດາການເຄື່ອນໄຫວວັດທະນະທຳຕ້ອນຮ້ອນບຸນປີໃຫມ່ປະຈຳຊາດປີຈໍ 2018 ໂດຍຄະນະຄຸ້ມຄອງຄຸ້ມເມືອງເກົ່າ ຮ່າໂນ້ຍ ຈັດຕັ້ງ. ທີ່ ສາລາບ້ານ ກີມເງີນ  ຢູ່ ຖະຫນົນ ຮ່າງບາກ, ຊາວ ຮ່າໂນ້ຍ ແລະ ນັກທ່ອງທ່ຽວ ໄດ້ຊົມບັນຍາກາດຕ້ອນຮັບບຸນເຕັດ, ຊົມບໍລິເວນບູຊາຂອງບັນດາຄອບຄົວໃນຕົວເມືອງກໍ່ຄືຄອບຄົວຢູ່ເຂດຊົນນະບົດຂອງເຂດທົ່ງພຽງພາກເຫນືອ.  ແລະ ຢູ່ສະຖານທີ່ນີ້ ຄະນະຄຸ້ມຄອງຄຸ້ມເມືອງເກົ່າ ຮ່າໂນ້ຍ ໄດ້ແນະນຳໃຫ້ນັກທ່ອງທ່ຽວພາບພື້ນເມືອງ ກີມຮ່ວາງ, ວິທີແຕ້ມຕົວຫນັງສື ແລະ ສີລະປະການຫລິ້ນຕົ້ນໄມ້ປະດັບໃນໂອກາດບຸນເຕັດຂອງຊາວຮ່າໂນ້ຍ.

ນອກນັ້ນ ຢູ່ ເຮືອນເລກທີ 87 ຖະຫນົນໝ້າໄມ ຊື່ງແມ່ນເຮືອນມໍລະດົກ ກໍ່ໄດ້ແນະນຳບັນຍາກາດຕ້ອນຮັບບຸນເຕັດຂອງຄອບຄົວຫນຶ່ງຢູ່ ຮ່າໂນ້ຍ ຜ່ານການວາດພາບການກະກຽມຕ້ອນຮັບບຸນເຕັດຂອງຄອບຄົວຊາວຮ່າໂນ້ຍ ໃນເມື່ອກ່ອນ.

ຕອບກັບ

ຂ່າວ/ບົດ​ອື່ນ