ສ. ເກົາຫຼີ ຢາກເພີ່ມທະວີການຮ່ວມມືກັບ ຫວຽດນາມ ກ່ວາອີກ

(VOVWORLD) - ທ່ານ ຜູ້ປະຈຳການຄະນະເລຂາສູນກາງພັກ ຫວໍວັນເຖືອງ ຢັ້ງຢືນແຜນນະໂຍບາຍຂອງ ຫວຽດນາມ ແມ່ນເພີ່ມທະວີການພົວພັນກັບ ສ ເກົາຫຼີ
ສ. ເກົາຫຼີ ຢາກເພີ່ມທະວີການຮ່ວມມືກັບ ຫວຽດນາມ ກ່ວາອີກ - ảnh 1
ທ່ານປະທານສະພາແຫ່ງຊາດ ສ. ເກົາຫຼີ Kim Jin Pyo ແລະ ທ່ານ ຫວໍວັນເຖືອງ, ຜູ້ປະຈຳການຄະນະເລຂາສູນກາງພັກ ກອມມູນິດ ຫວຽດນາມ (ພາບ: TTXVN)

ໂດຍສືບຕໍ່ການຢ້ຽມຢາມ ແລະ ເຮັດວຽກຢູ່ ສ ເກົາຫຼີ ແຕ່ວັນທີ 1 – 3 ສິງຫາ, ໃນວັນທີ 2 ແລະ 3 ສິງຫາ, ຢູ່ນະຄອນຫຼວງ ເຊີອູນ, ທ່ານ ຫວໍວັນເຖືອງ, ຜູ້ປະຈຳການຄະນະເລຂາສູນກາງພັກ ກອມມູນິດ ຫວຽດນາມ ມີບັນດາ

ການເຄື່ອນໄຫວພົບປະ, ແລກປ່ຽນກັບວົງການເຈົ້າໜ້າທີ່ ສ.ເກົາຫຼີ, ໃນນັ້ນມີການພົບປະກັບທ່ານປະທານສະພາແຫ່ງຊາດ ສ. ເກົາຫຼີ Kim Jin Pyo, ຄະນະການນຳພັກກຳລັງແຮງແຫ່ງຊາດ ກຳອຳນາດ (PPP) ຢູ່ ສະພາແຫ່ງຊາດ, ຫົວໜ້າຄະນະທີ່ປຶກສາຂັ້ນສູງຂອງປະທານາທິບໍດີ, ການນຳກະຊວງແຮງງານ ແລະ ວຽກເຮັດງານທຳຢູ່ ສ ເກົາຫຼີ.

        ທີ່ການພົບປະ ແລະ ເຮັດວຽກ, ທ່ານ ຜູ້ປະຈຳການຄະນະເລຂາສູນກາງພັກ ຫວໍວັນເຖືອງ ຢັ້ງຢືນແຜນນະໂຍບາຍຂອງ ຫວຽດນາມ ແມ່ນເພີ່ມທະວີການພົວພັນກັບ ສ ເກົາຫຼີ; ທ່ານກໍ່ໃຫ້ຮູ້ວ່າ: ຫວຽດນາມ ຍາມໃດກໍ່ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ບັນດານັກລົງທຶນ, ວິສາຫະກິດ ສ ເກົາຫຼີ ທຳມາຫາກິນ, ດຳເນີນທຸລະກິດ ຢູ່ ຫວຽດນາມ. ທ່ານ ຫວໍວັນເຖືອງ ສະເໜີໃຫ້ສອງຝ່າຍສືບຕໍ່ເພີ່ມທະວີການພົວພັນດ້ານການເມືອງ, ເສດຖະກິດ, ການຄ້າ ແລະ ການລົງທຶນ, ນຳການຮ່ວມມືກ່ຽວກັບແຮງງານໃຫ້ກາຍເປັນຂົງເຂດຮ່ວມມືຈຸດສຸມ, ຮ່ວມມືດ້ານສາທາລະນະສຸກ, ວັກຊິນ ແລະ ສືບຕໍ່ສະໜັບສະໜູນຫຼັກໝັ້ນຂອງ ອາຊຽນ ແລະ ຫວຽດນາມ ກ່ຽວກັບການຊຸກຍູ້ສັນຕິພາບ, ການຮ່ວມມືຢູ່ທະເລຕາເວັນອອກ.

        ການນຳ ສ. ເກົາຫຼີ ແລະ ຄູ່ຮ່ວມມື ສ. ເກົາຫຼີ ໄດ້ເນັ້ນໜັກວ່າການຮ່ວມມືກັບ ຫວຽດນາມ ແມ່ນແບບຢ່າງໃຫ້ແກ່ການພົວພັນກັບບັນດາປະເທດ, ພ້ອມທັງໃຫ້ຮູ້ວ່າ: ທ່ານປະທານາທິບໍດີ ສ. ເກົາຫຼີ Yoon Suk – yeol ຖືເປັນສຳຄັນສຳລັບເລື່ອງຊຸກຍູ້ການພົວພັນກັບ ຫວຽດນາມ ໃນທຸກດ້ານ ໃນໄລຍະຈະມາເຖິງ. ຝ່າຍ ສ. ເກົາຫຼີ ເຫັນດີເປັນເອກະພາບກ່ຽວກັບຄວາມສຳຄັນຂອງການຮັກສາສັນຕິພາບ, ຄວາມໝັ້ນຄົງ, ສິດເສລີໃນການເດີນເຮືອ, ການບິນຢູ່ທະເລຕາເວັນອອກ, ສະໜັບສະໜູນຫຼັກໝັ້ນທີ່ກ່ຽວຂ້ອງຂອງ ອາຊຽນ, ຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ