ສົ່ງເສີມນັກວິທະຍາສາດ ປະດິດສ້າງຕິດພັນກັບ ຊີວິດຕົວຈິງ
(ພາບ: hvct.edu.vn)
(vovworld)- ທ່ານນາຍົກລັດຖະມົນຕີຫາກໍ່ປະກາດໃຊ້ກົດລະບຽບ ແລະ ການຈັດຕັ້ງການເຄື່ອນໄຫວຂອງກອງທຶນປ່ຽນໃໝ່ເຕັກໂນໂລຊີແຫ່ງຊາດດ້ວຍຂອບຂະໜາດຂຶ້ນເຖິງ 1000 ຕື້ດົ່ງ. ທ່ານຫງວຽນກວນ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມ ໃຫ້ຮູ້ວ່າ: ກອງທຶນປ່ຽນໃໝ່ວິທະຍາສາດແມ່ນ 1 ໃນ 2 ກອງທຶນໃຫ່ຍຊື່ງລັດຖະບານອະນຸຍາດສ້າງຕັ້ງຂຶ້ນເພື່ອແນໃສ່ໜູນຊ່ວຍການເຄື່ອນໄຫວວິທະຍາສາດ ແລະ ເຕັກໂນໂລຊີ:
“ກອງທຶນພັດທະນາວິທະຍາສາດເຕັກໂນໂລຊີແຫ່ງຊາດພຽງແຕ່ແມ່ນບ່ອນລົງທຶນໃຫ້ແກ່ການຄົ້ນຄ້ວາພື້ນຖານ, ມັນຮຽກຮ້ອງໃຫ້ໝາກຜົນສົ້ນອອກຕ້ອງໄດ້ຮັບການປະກາດຢູ່ຕ່າງປະເທດ, ຕ້ອງມີໝາກຜົນລະອຽດຈຶ່ງຈະປ່ອຍເງິນໄດ້. ສ່ວນກອງທຶນປ່ຽນໃໝ່ເຕັກໂນໂລຊີແຫ່ງຊາດ ແມ່ນໜູນຊ່ວຍວິສາຫະກິດປ່ຽນໃໝ່ເຕັກໂນໂລຊີເປັນຕົ້ນ ດ້ວຍທຶນດຳລັດ 1000 ຕື້ດົ່ງ. ບັນດາກິດຈະກຳຂະໜາດໃຫ່ຍກ່ຽວຂ້ອງເຖິງປະເທດຊາດ, ປຊຊ, ນັບທັງກິດຈະກຳບໍ່ໄດ້ຮັບການປະກາດຢູ່ຕ່າງປະເທດ, ບໍ່ໄດ້ລົງພິມໃນໜັງສືພິມ, ວາລະສານຂອງສາກົນ ກໍ່ໄດ້ຮັບການໜູນຊ່ວຍຈາກລັດ ເພື່ອສ້າງຜະລິດຕະພັນວິທະຍາສາດ ແລະ ເຕັກໂນໂລຊີຮັບໃຊ້ໃຫ້ແກ່ການຜະລິດ ແລະ ຊີວິດ “.