ສັນຍາ CPTPP ມີຜົນສັກສິດຕໍ່ກັບ ຫວຽດນາມ ຢ່າງເປັນທາງການ

(VOVWORLD) -ນັບແຕ່ວັນທີ 14 ມັງກອນ 2019, ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ໄດ້ມີຜົນສັກສິດຕໍ່ກັບ ຫວຽດນາມ ຢ່າງເປັນທາງການ, ອັນໄດ້ເປີດກາລະໂອກາດຫຼາຍຢ່າງ ໃຫ້ແກ່ການເຕີບໂຕທາງດ້ານເສດຖະກິດ.

ສັນຍາ CPTPP ໄດ້ມີຜົນສັກສິດຢ່າງເປັນທາງການ ນັບແຕ່ວັນທີ 30 ທັນວາ 2018 ສຳລັບກຸ່ມ 06 ປະເທດທຳອິດທີ່ສຳເລັດທຸກ ລະບຽບການໃນການໃຫ້ສັດຕະຍາບັນຕໍ່ສັນຍາດັ່ງກ່າວ, ເຊິ່ງລວມມີ: ເມັກຊີໂກ, ຍີ່ປຸ່ນ, ສິງກະໂປ, ນິວຊີແລນ, ການາດາ ແລະ ອົດສະຕາລີ. ສຳລັບບັນດາຄຳໝັ້ນສັນຍາທີ່ມີລັກສະນະຮອບດ້ານ, ມາດຕະຖານສູງ ແລະ ດຸ່ນດ່ຽງນັ້ນ, CPTPP ຈະຊ່ວຍເພີ່ມທະວີການຮ່ວມສຳພັນທີ່ພັນຕ່າງຝ່າຍຕ່າງມີຜົນປະໂຫຍດ ລະຫວ່າງບັນດາພື້ນຖານເສດຖະກິດ ສະມາຊິກ ແລະ ຊຸກຍູ້ທາງດ້ານການຄ້າ, ການລົງທຶນ ແລະ ການເຕີບໂຕທາງດ້ານເສດຖະ     ກິດ ໃນພາກພື້ນ ອາຊີ - ປາຊິຟິກ.

ສັນຍາ CPTPP ລວມມີ 7 ມາດຕາ ແລະ ເອກະສານຊ້ອນທ້າຍ 1 ສະບັບ ເຊິ່ງກຳນົດກ່ຽວກັບສາຍພົວພັນ ດ້ວຍສັນຍາຄູ່ຮ່ວມມືຂ້າມປາຊິຟິກ (TPP) ໂດຍມີ 12 ປະເທດ: ອົດສະຕາລີ, ບຣູໄນ, ການາດາ, ຈີເລ, ອາເມລິກາ, ຍີ່ປຸ່ນ, ມາເລເຊຍ, ເມັກຊີໂກ, ນິວຊີແລນ, ເປຣູ, ສິງກະໂປ ແລະ ຫວຽດນາມ ໄດ້ລົງນາມໃນວັນທີ 6 ກຸມພາ 2016 ຢູ່ ນິວຊີແລນ.

ຕອບກັບ

ຂ່າວ/ບົດ​ອື່ນ