ສືບຕໍ່ຍົກສູງຄຸນນະພາບແກ້ໄຂຄຳຮ້ອງຂໍຄວາມເປັນທຳ, ຄວາມຮັບຜິດຊອບຂອງປະຊາຊົນ

ສືບຕໍ່ຍົກສູງຄຸນນະພາບແກ້ໄຂຄຳຮ້ອງຂໍຄວາມເປັນທຳ, ຄວາມຮັບຜິດຊອບຂອງປະຊາຊົນ - ảnh 1
ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ແລະ​ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ

(vovworld) - ວັນ​ທີ 16/2, ຢູ່​ນະ​ຄອນ​ໂຮ່​ຈີ​ມິນ, ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ (ສ​​ສຊ) ນະ​ຄອນ ໂຮ່​ຈ​ີມ​ິນ ໄດ້ຈັດ​ຕັ້ງ​ກອງ​ປະ​ຊຸມ​ສະ​ຫລຸບ​ການ​ເຄື່ອນ​ໄຫວຂອງ ສ​ສ​ຊ ນະ​ຄອນ ໂຮ່​ຈີ​ມິນ ຊຸດ​ທີ 14 ປີ 2016. ຜັນ​ຂະ​ຫຍາຍ​ໂຄງ​ການ​ປະ​ຕິ​ບັດ​ງານ​ປີ 2017. ແຕ່​ຕົ້ນ​ອາ​ຍຸ​ການ ​ສະ​ພາ​ແຫ່ງ​ຊາດຊຸດ​ທີ 14, ຄະ​ນະ ສ​ສ​ຊ ນະ​ຄອນ​ໂຮ່​ຈີ​ມິນ ຊຸດ​ທີ 14 ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ 3 ຄັ້ງ. ຜ່ານນັ້ນ, ຄະ​ນະ​ໄດ້​ສັງ​ລວ​ມຫຼາຍ​ຄຳ​ເຫັນ​ຂອງຜູ້​ມີ​ສິດ​ເລືອກ​ຕັ້​ງ​ທີ່ນອນ​ໃນ​ສິດ​ອຳ​ນາດ​ແກ້​ໄຂ​ຂອງ ສະ​ພາ​ແຫ່ງ​ຊາດ, ລັດ​ຖະ​ບານ, ພະ​ນັກ​ງານ, ຂະ​ແໜງ​ສູນ​ກາງ.

        ເມື່ອ​ປະ​ກອບ​ຄຳ​ເຫັນ​ກ່ຽວ​ກັບ​ໂຄງ​ການ​ເຄື່ອນ​ໄຫວ​ປີ 2017, ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ, ສ​ສ​ຊ  ຂຶ້ນ​ກັບ​ໜ່ວຍ ສ​ສ​ຊ ຊຸດ​ທີ 14, ເຂດ​ເລ​ືອກ​ຕັ້ງ​ທີ 1 - ນະ​ຄອນ​ໂຮ່​ຈີ​ມິນ ເນັ້ນ​ໜັກ​ວ່າ: ບັນ​ດາ ສ​ສ​ຊ ສືບ​ຕໍ່​ຄົ້ນ​ຄ້​ວາ, ປ່ຽນ​ໃໝ່ ແລະ ຍົກ​ສູງ​ຄຸນ​ນະ​ພາບ, ເຂົ້າ​ຮ່ວມ​ການ​ສ້າງບັນ​ດາ​ຮ່າງ​ກົດ​ໝາຍ​ກ່​ວາ​ອີກ, ພິ​ເສດ​ແມ່ນ​ບັນ​ດາ​ຮ່າງ​ກົດ​ໝາຍ​ທີ່​ກ່ຽ​ວ​ຂ້ອງ​ເຖິງ​ການ​ປັບ​ປຸງ​ກົງ​ຈັກ​ລັດ​ໃຫ້​ສົມ​ບູນ​ແບບ, ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ, ປ້ອງ​ກັນ​ຊາດ ປ້ອງ​ກັນ​ຄວາມ​ສະ​ຫງົບ, ສິດ​ທິ​ມະ​ນຸດ.

ຂ່າວ/ບົດ​ອື່ນ