ສປປ.ເກົາຫຼີ ປະກາດທົດລອງນິວເຄຼຍ ແລະ ສືບຕໍ່ຍິງລູກສອນໄຟ

ສປປ.ເກົາຫຼີ ປະກາດທົດລອງນິວເຄຼຍ ແລະ ສືບຕໍ່ຍິງລູກສອນໄຟ - ảnh 1
ລູກ​ສອນ​ໄຟ​ໄລຍະ​ໄກ
ສປປ.​ເກົາຫຼີ
(ພາບ: AFP)
(vovworld) - ວັນ​ທີ 24/01, ສຳນ​ັກຂ່າວສານ​ສູນ​ກາງ ສປປ.​ເກົາຫຼີ (KCNA), ​ໄດ້ຄັດສະ​ເໜີ​ແຈ້ງ​ການຂອງ​ຄະນະ​ກຳມະການ​ປ້ອງ​ກັນ​ປະ​ເທດ ຂອງ​ປະ​ເທດ​ນີ້​ໂດຍ​ໃຫ້​ຮູ້​ວ່າ ພຽງ​ຢາງ ມີ​ແຜນການ​ດຳ​ເນີນ​ການ​ທົດ​ລອງ​ເນິວ​ເຄຼຍ​ໃໝ່ ​ແລະ ບັນດາ​ກໍລະນີ​ຍິງ​ລູກ​ສອນ​ໄຟ​ອື່ນໆ ດ້ວຍ​ຈຸດປະສົງ​ແນ​ໃສ່​ອາ​ເມ​ລິ​ກາ. ​ແຈ້ງການດັ່ງກ່າວ​ໄດ້​ເນັ້ນ​ໜັກ​ວ່າ ​ໃນ​ໄລຍະ​ໃໝ່ ສປປ.​ເກົາຫຼີ ຈະ​ບໍ່ປົກ​ປິດ​​ຄວາມ​ລັບບັນດາ​ແຜນການ​ສືບ​ຕໍ່​ຍິງ​ດາວ​ທຽມ​ ​ແລະ ລູກ​ສອນ​ໄຟ​ໄລຍະ​ໄກ​ຄັ້ງຕ່າງໆ ກໍ​ຄື​ການ​ທົດ​ລອງ​ນິວ​ເຄຼຍຢູ່​ໃນ​ລະດັບ​ສູງ​ກວ່າ. ຄະນະ​ກຳມະການ​ປ້ອງ​ກັນ​ປະ​ເທດສປປ.​ເກົາຫຼີ ກໍ​ຕຳ​ນິຕິ​ຕ່ຽນມະຕິ​​ເຊິ່ງສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ຮັບຮອງ​ເອົາ​ເມື່ອ​ວັນ​ທີ 22/01 ທີ່​ກ່າວ​ປະນາມ​ເຫດການ​ຍິງ​ລູກ​ສອນ​ໄຟ​ຫວ່າງມໍ່ໆ​ມາ​ນີ້​ຂອງ​ພຽງ​ຢາງ. ​ແຈ້ງການ​ດັ່ງກ່າວ​​ໄດ້​ຍ້ຳຄືນຄຳ​ຖະ​ແຫຼ​ງ​ກ່ອນ​ນັ້ນ​ຂອງ​ພຽງ​ຢາງ​ທີ່​ເວົ້າ​ວ່າ ​ໃນ​ອະນາຄົດ​ຈະ​ບໍ່​ມີ​ການ​ສົນທະນາກ່ຽວ​ກັບ​ການ​ປອດ​ນິວ​ເຄຼຍ​ໃນ​ແຫຼມ​ເກົາຫຼີ ​ເຖິງ​ວ່າ​ຍັງ​ສາມາດ​​ສົນທະນາ ​ແລະ ​ເຈລະຈາ​ກ່ຽວ​ກັບ​ການ​ຮັບປະກັນ​ສັນຕິພາບ ແລະ ຄວາມປອດ​ໄພ​ໃນ​ພາກ​ພື້ນ, ລວມທັງ​ແຫຼ​ມ​ເກົາຫຼີ.

        ​ໃນ​ເຫດການ​ອື່ນ​ອີກ, ວັນ​ທີ 24/01, ສ.​ເກົາຫຼີ ​ໄດ້​ປະກາດ​ວ່າ ປະ​ເທດ​ນີ້​ຈະ​ຍິງ​ລູກ​ສອນ​ໄຟ KSLV – 1, ຫຼື​ເອີ້ນ​ວ່າ Naro ​ໃນ​ວັນ​ທີ 30/01 ຈະ​ມາ​ເຖິງ. ສ.​ເກົາຫຼີ ​​ໄດ້​ປະລາ​ໄຊໃນ​ການ​ຍິງ​ລູກ​ສອນ​ໄຟ 2 ຄັ້ງ ​ເພື່ອ​ແນ​ໃສ່​ສົ່ງດາວ​ທຽມ​ຂຶ້ນ​ສູ່ວົງ​ໂຄຈອນ​​ເມື່ອ​ປີ 2009 ​ແລະ 2010. ການ​ຍິງ​ດາວ​ທຽມ​ທີ່​ນີ້​ຄາ​ດວ່າ​ ດຳ​ເນີນໃນ​ເດືອນ 10/2012 ຜ່ານ​ມາຖືກ​ໂຈະ​ໄວ້​ຍ້ອນ​ບັນຫາ​ທາງ​ດ້ານ​ເຕັກນິກ.

ຂ່າວ/ບົດ​ອື່ນ