ສປປ.ເກົາຫຼີ ໃຫ້ເຕົາປະຕິກອນນິວເຄຼຍ ເຄື່ອນໄຫວຄືນໃໝ່
ຮາກຖານນິວເຄຼຍ ຂອງສປປ.ເກົາຫຼີ ຢູ່ເຂດ Yongbyon
(ພາບປະກອບ: Reuters)
(vovworld) - ອົງການສືບລາຊະການລັບແຫ່ງຊາດສ.ເກົາຫຼີ ຢືນຢັນວ່າ, ເຕົາປະຕິກອນນິວເຄຼຍ ຂອງສປປ.ເກົາຫຼີ ຢູ່ເຂດ Yongbyon, ເລີ່ມເຄື່ອນໄຫວຄືນໃໝ່ ແຕ່ເດືອນ ສິງຫາ. ເຕົາປະຕິກອນນິວເຄຼຍ ດັ່ງກ່າວຕັ້ງຫາງຈາກນະຄອນຫຼວງພຽງຢາງ ໄປທາງທິດເໜືອປະມານ 90 ກມ, ຖືກໃຊ້ເຂົ້າໃນການຜະລິດ plutoni ໃຫ້ແກ່ໂຄງການນິວເຄຼຍຂອງສປປ.ເກົາຫຼີ ກ່ອນທີ່ຖືກອັດປະຕູຕາມຂໍ້ຕົກລົງໃນການເຈລະຈາ 6 ຝ່າຍ.
ເມື່ອຕົ້ນເດືອນ ເມສາ, ໃນສະພາບທີ່ຄວາມເຄັ່ງຕຶງນັບມື້ນັບເພີ່ມຂຶ້ນໃນແຫຼມເກົາຫຼີ, ພຽງຢາງ ຖະແຫຼງວ່າ ຈະໃຫ້ເຕົາປະຕິກອນນິວເຄຼຍເຄື່ອນໄຫວຄືນໃໝ່. ບັນດາແຫຼ່ງຂ່າວເອກະລາດໄດ້ໄຈ້ແຍກຮູບຖາຍຈາກດາວທຽມການຄ້າ ໂດຍໃຫ້ຮູ້ວ່າ ເຕົາປະຕິກອນນິວເຄຼຍດັ່ງກ່າວອາດພວມເຄື່ອນໄຫວຄືນໃໝ່ແຕ່ຕົ້ນເດືອນ ກັນຍາ.