ສປປ.ເກົາຫຼີຍິງລູກສອນໄຟໄລຍະສັ້ນ 5 ລູກລົງເຂດທະເລຍີ່ປຸ່ນ
(ພາບປະກອບ: EPA)
(vovworld) – ສຳນັກຂ່າວສານ Yonhap ຂອງສ.ເກົາຫຼີ ໄດ້ຄັດຄຳເວົ້າຂອງສະພາເສນາທິການທະຫານປະສົມສ.ເກົາຫຼີ ໂດຍໃຫ້ຮູ້ວ່າ, ໃນຕອນບ່າຍວັນທີ 08/02, ສປປ.ເກົາຫຼີ ໄດ້ຍິງລູກສອນໄຟໄລຍະສັ້ນ 5 ລູກ, ເຊິ່ງໄດ້ຮັບຖືວ່າແມ່ນບັນດາລູກສອນໄຟຍຸດທະວິທີ ລົງເຂດທະເລທາງທິດຕາເວັນອອກຂອງປະເທດນີ້ (ທະເລຍີ່ປຸ່ນ). ລູກສອນໄຟ 5 ລູກ ໄດ້ຍິງຕາມທິດຕາເວັນອອກສຽງເໜືອ ໃນເວລາແຕ່ 16 ໂມງ 20 ນາທີ ຫາ 17 ໂມງ 10 ນາທີ (ຕາມເວລາທ້ອງຖິ່ນ) ຈາກເຂດ Wonsan, ທາງທິດຕາເວັນອອກຂອງປະເທດນີ້. ຄາດວ່າ, ບັນດາລູກສອນໄຟດັ່ງກ່າວບິນໄດ້ປະມານ 200 ກມ, ກ່ອນທີ່ຕົກລົງທະເລ. ປະຈຸບັນ, ກອງທັບສ.ເກົາຫຼີ ພວມຕິດຕາມຄວາມສາມາດຍິງລູກສອນໄຟຕື່ມອີກຂອງ ສປປ.ເກົາຫຼີ ຈະ.
ກ່ອນໜ້ານັ້ນ, ວັນທີ 07/02, ສປປ.ເກົາຫຼີ ຖະແຫຼງວ່າ ຫວ່າງແລ້ວນີ້ໄດ້ທົດລອງ “ລູກສອນໄຟຕ້ານກຳປັ່ນຮົບຢ່າງຊັດເຈັນ”. ຄາດວ່າ, ລູກສອນໄຟດັ່ງກ່າວຈະປະກອບໃຫ້ບັນດາກົມກອງ ກອງທັບເຮືອສປປ.ເກົາຫຼີ ພາຍໃຕ້ການຊີ້ນຳນຳພາຂອງການນຳສປປ.ເກົາຫຼີ ທ່ານ Kim Jong un.