ສື່ມວນຊົນຍີ່ປຸ່ນມີຄວາມເອົາໃຈໃສ່ຫຼາຍເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12 ຂອງພັກກອມມູນິດຫວຽດນາມ

ສື່ມວນຊົນຍີ່ປຸ່ນມີຄວາມເອົາໃຈໃສ່ຫຼາຍເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12 ຂອງພັກກອມມູນິດຫວຽດນາມ  - ảnh 1
ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດຄັ້ງ​ທີ 12 ຂອງ​ພັກກອມ​ມູນິດ​ຫວຽດນາມ
(ພາບ​ປະ​ກອບ)


(vovworld) - ໜັງສືພິມ​ໃຫຍ່​ຫຼາຍ​ສະ​ບັບຂອງ​ຍີ່ປຸ່ນ ທີ່​ລົງ​ພິມ​ໃນ​ວັນ​ທີ 21, 22/1 ​ໄດ້​ໃຫ້​ຂ່າວ, ຮູບ​ພາບ​ກ່ຽວ​ກັບກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດຄັ້ງ​ທີ 12 ຂອງ​ພັກກອມ​ມູນິດ ​ຫວຽດນາມ. ໜັງສືພິມ NHK ​ໃຫ້​ຮູ້​ວ່າ, ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດຄັ້ງ​ທີ 12 ຂອງ​ພັກກອມ​ມູນິດ​ຫວຽດນາມ​ແມ່ນ​ເຫດການ​ສຳຄັນ​ຂອງ​ຫວຽດນາມ, ກອງ​ປະຊຸມ​ໃຫຍ່​ຈະ​ເລືອກ​ເຟັ້ນຖັນ​ແຖວ​ຄະນະ​ນຳ​ໃໝ່​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ, ພ້ອມ​ທັງ​ປຶກສາ​ຫາລື​ບັນດາ​ບັນຫາ​ພົວພັນ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ທີ່​ສຳຄັນ, ພິ​ເສດ​ໃນ​ສະພາບ​ການ​ທີ່​ຫວຽດນາມ​ພວມ​ເຂົ້າ​ຮ່ວມ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຝິກ (TPP) ​ແລະ ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ (AEC). ນອກ​ນັ້ນ​ກອງ​ປະຊຸມ​ໃຫຍ່​ຍັງ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ກຳລັງ​ແຮງ​ປ້ອງ​ກັນ​ປະ​ເທດ​ເພື່ອ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ສ່ວນ​ໜັງສືພິມ Sankei ກໍ່​ຄັດ​ສະ​ເໜີ​ບົດ​ລາຍ​ງານ​ການ​ເມືອງ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ທີ່​ລາຍ​ງານ​ຕໍ່​ກອງ​ປະຊຸມ​ໃຫຍ່​ທີ່​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ຍູ້​ແຮງ​ການ​ຕໍ່ສູ້​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ. ໜັງສືພິມ Yomiuri ຄັດ​ສະ​ເໜີ​ບົດ​ລາຍ​ງານ​ການ​ເມືອງ​ທີ່​ໃຫ້​ຂໍ້​ສັງ​ເກດ​ວ່າ, 30 ປີ ​ແຫ່ງ​ການ​ປະຕິບັດ​ນະ​ໂຍບາຍ​ປ່ຽນ​ໃໝ່ ​ໄດ້​ນຳ​ມາ​ເຊິ່ງຜົນງານ​ອັນ​ໃຫຍ່​ຫຼວງ​ໃຫ້​ແກ່​ປະ​ເທດ​ຊາດ. ບົດ​ລາຍ​ງານ​ຢືນຢັນ ຫວຽດນາມ​ມີ​ແຜນ​ນະ​​ໂຍບາຍ​ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ ​ໂດຍ​ອີງ​ໃສ່​ການ​ຫັນປ່ຽນ​ໂຄງ​ປະກອບ​ເສດຖະກິດ, ສືບ​ຕໍ່​ນະ​ໂຍບາຍ​ປ່ຽນ​ໃໝ່, ພັດທະນາ​ເສດຖະກິດ​ການ​ຕະຫຼາດ​ຕາມ​ກຳນົດ​ທິດ​ສັງຄົມ​ນິຍົມ.

ຂ່າວ/ບົດ​ອື່ນ