ສື່ມວນຊົນເສີມຂະຫຍາຍຈົນສຸດບົດບາດຂອງຕົນຈະນຳມາເຊິ່ງປະສິດທິຜົນທີ່ດີໃຫ້ແກ່ສັງຄົມ

ສື່ມວນຊົນເສີມຂະຫຍາຍຈົນສຸດບົດບາດຂອງຕົນຈະນຳມາເຊິ່ງປະສິດທິຜົນທີ່ດີໃຫ້ແກ່ສັງຄົມ - ảnh 1
ທ່ານ​ປະ​ທານ ຫງວຽນ​ທ້ຽ​ນ​ເຍີນ​ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ

(vovworld) – ຕອ​ນ​ເຊົ້າ​ວັນ​ທີ 12/4, ຢູ່​ຮ່າ​ໂນ້ຍ, ທ່ານ ຫງວຽນ​ທ້ຽນ​ເຍີນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ເປັນ​ປະ​ທານກອງ​ປະ​ຊຸມ​ແລກ​ປ່ຽນ​ວຽກ​ງານ​​ຖະ​ແຫຼງ​ຂ່າວ, ໂຄ​ສະ​ນາ​ລະ​ຫວ່າງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ​ກັບ​ການ​ນຳ​ບັນ​ດາອົງ​ການ​ການ​ເມືອງ - ສັງ​ຄົມ. ທ່ານ ຫງວຽນ​ທ້ຽນ​ເຍີນ ຖື​ວ່າ: ປີນີ້​ແມ່ນ​ປີ​ທີສອງ​​ແຫ່ງ​ການຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ, ແມ່ນ​ປີ​ທີ 3 ​ແຫ່ງ​ການຜັ​ນ​ຂະ​ຫຍາຍ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້​ງ​ທີ 8 ຂອ​ນ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ. ເພື່ອ​ສົມ​ທົບ​ກັນ​ປ​ະ​ຕິ​ບັດ​ວຽກ​ງານ​​ຖະ​ແຫຼງ​ຂ່າວ, ໂຄ​ສະ​ນາ​ປີ 2017 ເປັນ​ຢ່າງ​ດີ, ບັນ​ດາ​ອົງ​ການ​ສື່​ມວນ​ຊົນ​ຕ້ອງ​ສຸມ​ໃສ່​ໂຄ​ສະ​ນາ 11 ການ​ເຄື່ອນ​ໄຫວ​ຈຸດ​ສຸມ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ. ໃນ​ນັ້ນ, ມີ​​ບັ້ນຂົນ​ຂວາຍ “ທົ່ວ​ປວງ​ຊົນ​ສາ​ມັກ​ຄີກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ເຂດ​ຕົວ​ເມືອງ​ສີ​ວິ​ໄລ”; ຂະ​ບວນ​ການ “ສາ​ມັກ​ຄີ, ມີ​ຫົວ​ຄິດ​ປະ​ດິດ​ສ​້າງ, ແຂ່ງ​ຂັນ​ກັນ​ຍົກ​ສູງ​ສະ​ມັດ​ຕະ​ພາບ, ຄຸນ​ນະ​ພາບ, ປະ​ສິດ​ທິ​ຜົນ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ”.


ຕອບກັບ

ຂ່າວ/ບົດ​ອື່ນ