ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ຕ່າງ​ປະ​ເທດ​ຈັດ​ງານ​ວາງ​ພວງ​ມາ​ລາ ແລະ ເປີດ​ປຶ້ມ​ໄວ້​ອາ​ໄລ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ

(VOVWORLD) - ຕອນບ່າຍວັນທີ 24 ກໍລະກົດ , ຕາມເວລາທ້ອງຖິ່ນ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດກູບາ, ປະທານປະເທດ ກູບາ Miguel Díaz-Canel Bermúdez ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງກູຍບາ ໄປວາງພາມາລາ ອາໄລຫາ ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ທີ່ສະຖານທູດຫວຽດນາມ ປະຈໍາ ລາຮາວານ. 
ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ຕ່າງ​ປະ​ເທດ​ຈັດ​ງານ​ວາງ​ພວງ​ມາ​ລາ ແລະ ເປີດ​ປຶ້ມ​ໄວ້​ອາ​ໄລ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ - ảnh 1ທ່ານປະທານປະເທດ Miguel Díaz-Canel ຂ້ຽນປຶ້ມໄວ້ອາໄລ (ພາບ: TTXVN)

ທີ່ນີ້, ທ່ານປະທານປະເທດ Miguel Díaz-Canel ຢືນຢັນວ່າ ບໍ່ວ່າໃນຕຳແໜ່ງໃດ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຍາມໃດກໍສຸດຈິດສຸດໃຈຊຸກຍູ້ການພົວພັນມິດຕະພາບແບບພິເສດ, ຖານອ້າຍນ້ອງສະໜິດສະໜົມ ແລະ ໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນລະຫວ່າງ 2 ປະເທດ ກູບາ ແລະ ຫວຽດນາມ. ໃນປຶ້ມໄວ້ອາໄລ, ທ່ານປະທານປະເທດ ກູບາ ໄດ້ຂຽນວ່າ: ໃນຈຸດເວລາທີ່ໂສກເສົ້ານີ້, ພວກຂ້າພະເຈົ້າເຊື່ອໝັ້ນຢ່າງເຕັມທີ່ວ່າ ການປະກອບສ່ວນຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຈະເປັນຂີດໝາຍໃນພາລະກິດຂອງຂອງພັກ ແລະ ປະຊາຊົນ ຫວຽດນາມ ຕະຫຼອດໄປ. ຄິດເຖິງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງຜູ້ເປັນເພື່ອນມິດທີ່ຈິງໃຈຕະຫຼອດໄປ.

ວັນທີ 24 ກໍລະກົດ, ສະຖານທູດ ຫວຽດນາມ ປະຈຳ ເອຢິບ ໄດ້ຈັດພິທີວາງພວງມາລາ ແລະ ເປີດປຶ້ມໄວ້ອາໄລ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ມີຫຼາຍຄະນະທູຕານູທູດ ແລະ ສາກົນ ປະຈຳ ເອຢິບກໍ່ຄືຜູ້ຕາງໜ້າທຳນຽບປະທານາທາບໍດີ ເອຢິບ ແລະ ສະຫະພັນບັນດາປະເທດອາຣັບ ເອມີເລດ ໄດ້ເຂົ້າວາງພວງມາລາ ແລະ ໃສ່ປຶ້ມໄວ້ອາໄລ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ເມື່ອຂ້ຽນປຶ້ມໄວ້ອາໄລ, ທ່ານ Salah Adly Abdelhafiz ເລຂາທິການໃຫຍ່ ພັກກອມມູນິດ ເອຢິບ, ເນັ້ນໜັກວ່າ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແມ່ນການນຳປີຊາສາມາດ, ມີວິໄສທັດຍຸດທະສາດ, ມີການປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນພາລະກິດແຫ່ງການສ້າງສາ ສັງຄົມນິຍົມຢູ່ ຫວຽດນາມ, ກໍ່ຄືການພັດທະນາຂອງພື້ນຖານການຕ່າງປະເທດທີ່ພົ້ນເດັ່ນຂອງ ຫວຽດນາມ.

ຕອນບ່າຍວັນທີ 24 ກໍລະກົດ, ທ່ານ Solly Mapaila ເລຂາທິການໃຫຍ່ ພັກກອມມູນິດ ສ.ອາບຟຼິກກາໃຕ້, ໄດ້ໄປຍັງສະຖານທູດ ຫວຽດນາມ ປະຈຳ Pretoria ວາງພວງມາລາ ແລະ ຂຽນປຶ້ມໄວ້ອາໄລສະແດງຄວາມເສົ້າສະຫຼົດໃຈ ຕໍ່ເລື່ອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງເຖິງແກ່ມໍລະນະກຳ.

ຢູ່ອາຄານ ຫວຽດນາມ ຢູ່ ວໍຊິງຕັນດີຊີ, ວັນທີ 24 ກໍລະກົດ, ສະຖານທູດ ຫວຽດນາມ ປະຈຳ ອາເມລິກາໄດ້ຈັດພິທີວາງພວງມາລາ ແລະ ຂ້ຽນປຶ້ມໄວ້ອາໄລ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ໂດຍຕາງໜ້າກະຊວງການຕ່າງປະເທດ ອາເມລິກາ, ທ່ານ Dan Kritenbrink ຜູ້ຊ່ວຍວຽກທ່ານລັດຖະມົນຕີການຕ່າງປະເທດ ໄດ້ຢັ້ງຢືນວິໄສທັດຍຸດທະສາດ, ບົດບາດນຳພາພ້ອມກັບນ້ຳໃຈທີ່ຈິງຈັງ ຂອງທ່ານເລຂາທິການໃຫຍ່ ແມ່ນພື້ນຖານສຳຄັນ ເພື່ອໃຫ້ຫວຽດນາມ ແລະ ອາເມລິກາ ເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງເລິກເຊິ່ງກ່ວາອີກ ແລະ ບັນລຸໄດ້ຜົນສຳເລັດທີ່ກ້າວກະໂດດຂັ້ນຫຼາຍຢ່າງໃນໄລຍະກ່ວາ 10 ປີຜ່ານມາ, ພົ້ນເດັ່ນແມ່ນການສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານ ແລະ ການຍົກລະດັບກາຍເປັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ.

ວັນທີ 24 ກໍລະກົດ ຕາມເວລາທ້ອງຖິ່ນ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ພ້ອມດ້ວຍ ເອກອັກຄະລັດຖະທູດ ບັນດາປະເທດ ອາຊຽນ ປະຈຳ ສປຊ ໄດ້ເຂົ້າວາງພວງມາລາທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢູ່ສຳນັກງານອົງການຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ຢູ່ ນິວຢອກ (ອາເມລິກາ).

ຕອບກັບ

ຂ່າວ/ບົດ​ອື່ນ