ສະ​ພາບ​ກ່ອນການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ 2020

(VOVWORLD) -ວັນທີ 30 ຕຸລາ, ປະທານາທິບໍດີອາເມລິກາ Donald Trump ແລະ ຜູ້ສະໝັກເລືອກຕັ້ງ ພັກປະຊາທິປະໄຕ ທ່ານ Joe Biden ໄດ້ດຳເນີນບັນດາບັ້ນຂົນຂວາຍຫາສຽງເລືອກຕັ້ງຢູ່ຫຼາຍລັດສຳຄັນຢູ່ທາງທິດຕາເວັນຕົກພາກກາງປະເທດນີ້.
ສະ​ພາບ​ກ່ອນການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ 2020 - ảnh 1

(ພາບ:  AFP/TTXVN)

  ທ່ານ Donald Trump ໄດ້ຈັດການຂົນຂວາຍຫາສຽງເລືອກຕັ້ງ 3 ຄັ້ງຢູ່ 3 ລັດຕ່າງກັນຄື: Waterford Township (ລັດ Michigan), Green Bay (ລັດ Wisconsin) ແລະ Rochester  (ລັດ Minnesota).

    ສ່ວນທ່ານ Biden ໄດ້ມີບົດກ່າວປາໄສ ຂົນຂວາຍການສະໜັບສະໜູນຂອງຜູ້ມີສິດເລືອກຕັ້ງຢູ່ Milwaukee ຂອງລັດ Wisconsin ກ່ອນທີ່ຈັດການຂົນຂວາຍຕາມຮູບການ "drive-in"  ຢູ່ Des Moines, ລັດ Iowa ແລະ ສິ້ນສຸດການຂົນຂວາຍຕາມຮູບການນີ້ຢູ່ St. Paul, ລັດ Minnesota.

     ໃນເຫດການທີ່ກ່ຽວຂ້ອງ, ຢູ່ຫຼາຍລັດຂອງປະເທດອາເມລິກາ ໄດ້ນຳໃຊ້ຮູບການປ່ອນບັດກ່ອນກຳນົດເວລາ, ທັງປ່ອນບັດໂດຍກົງ ແລະ ຜ່ານທາງໄປສະນີ, ກ່ອນວັນເລືອກຕັ້ງຄືວັນທີ 3 ພະຈິກ, ເພື່ອຮັບປະກັນໃຫ້ຜູ້ມີສິດເລືອກຕັ້ງ ສາມາດໄປປ່ອນບັດເລືອກຕັ້ງຢ່າງປອດໄພ ໃນສະພາບການໂລກລະບາດໂຄວິດ 19 ຍັງຄຸກຄາມ. ວົງການນັກຊ່ຽວຊານຄາດວ່າ, ປີນີ້, ຈຳນວນຜູ້ມິສິດເລືອກຕັ້ງໄປປ່ອນບັດຈະລື່ນກາຍຕົວເລກ 138 ລ້ານຄົນ ຂອງການປ່ອນບັດເລືອກຕັ້ງປະທານາທິບໍດີປີ 2016.

ຕອບກັບ

ຂ່າວ/ບົດ​ອື່ນ