ສະ​ພາບ​ການ​ໂລກ​ລະ​ບາດ Covid – 19 ຢູ່​ຫວຽດ​ນາມ ແລະ ໃນ​ໂລກ

(VOVWORLD) -ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງເຊົ້າຂອງວັນທີ 20 ມັງກອນ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ເກືອບ 340 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກ່ວາ 5,58 ລ້ານຄົນ.

ສະ​ພາບ​ການ​ໂລກ​ລະ​ບາດ Covid – 19 ຢູ່​ຫວຽດ​ນາມ ແລະ ໃນ​ໂລກ - ảnh 1ພາບປະກອບ: ກະຊວງສາທາລະນະສຸກ

ອາເມລິກາຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ ດ້ວຍຈຳນວນຜູ້ຕິດເຊື້ອເກືອບ 67 ລ້ານຄົນ ແລະ ຜູ້ເສຍຊີວິດກ່ວາ 880.000 ຄົນ.

ຢູ່ເອີລົບ, ເອຢີບ ໄດ້ເລີ່ມນຳໃຊ້ບັນດາຮູບແບບປັບໄໝ ຫຼາຍຄັ້ງ ສຳລັບຜູ້ມີອາຍຸແຕ່ 60 ປີຂຶ້ນໄປ ທີ່ບໍ່ຍອມສັກວັກຊິນກັນໂຄວິດ - 19. ເປົ້າໝາຍຂອງ ຂໍ້ກຳນົດໃໝ່ນີ້ ເພື່ອແນໃສ່ ມານະພະຍາຍາມຍົກສູງຄວາມສາມາດຕ້ານທານ ໃນກຸ່ມຄົນທີ່ມີຄວາມສ່ຽງສູງກ່ວາໝູ່, ນັບທັງໃນຂະນະທີ່ອັດຕາຜູ້ຕິດເຊື້ອພະຍາດໂຄວິດ - 19 ສາຍພັນ Omicron ພວມຫຼຸດລົງຢູ່ ເອຢີບ.

ອົງການອະນາໄມໂລກ (WHO) ໄດ້ໃຫ້ຂໍ້ສັງເກດ ວ່າ ຕ້ອງເສຍເວລາທີ່ຍາວນານ ໂລກລະບາດໂຄວິດ - 19 ຈຶ່ງອາດຈະສິ້ນສຸດລົງ, ພ້ອມທັງປະຕິເສດທັດສະນະທີ່ຖືວ່າ ສາຍພັນ Omicron ບໍ່ກໍ່ຄວາມສ່ຽງໃດ.

ສ່ວນຢູ່ ຫວຽດນາໝ, ນັບແຕ່ເວລາ 16 ໂມງຂອງວັນທີ 19 ມັງກອນ ຫາເວລາ 16 ໂມງຂອງວັນທີ 20 ມັງກອນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19ໃໝ່ຕື່ມອີກ 16.715 ຄົນ, ມີ 5.736 ຄົນ ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ແລະ ມີຜູ້ເສຍຊີວິດ 152 ຄົນ.

ນັບແຕ່ຕອນເກີດໂລກລະບາດໂຄວິດ - 19 ມາຮອດປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ທັງໝົດ 2.094.802 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ