ສະພາແຫ່ງຊາດ ກຳປູເຈຍ ຊຸດທີ 5 ຈັດກອງປະຊຸມຄັ້ງທຳອິດໂດຍບໍ່ມີການເຂົ້າຮ່ວມຂອງຝ່າຍຄ້ານ
ພະບາດສົມເດັກພະເຈົ້າ ມະຫາຊີວິດ ກຳປູເຈຍ Norodom Sihamoni
(ພາບປະກອບ)
(vovworld) – ຕອນເຊົ້າວັນທີ 23/9, ສະພາແຫ່ງຊາດ ກຳປູເຈຍ ຊຸດທີ 5 ເຊິ່ງໄດ້ຮັບການເລືອກຕັ້ງໃນວັນທີ 28/7 ຜ່ານມາ ໄດ້ຈັດວາລະປະຊຸມຄັ້ງທຳອິດ ພາຍໃຕ້ການເປັນປະທານຂອງພະບາດສົມເດັກພະເຈົ້າ ມະຫາຊີວິດ Norodom Sihamoni. ກອງປະຊຸມດັ່ງກ່າວ ໄດ້ດຳເນີນຕາມຂໍ້ກຳນົດຂອງລັດຖະທຳມະນູນ ກຳປູເຈຍ ນັ້ນແມ່ນ ພາຍຫຼັງການປ່ອນບັດເລືອກຕັ້ງ 60 ວັນ, ສະພາແຫ່ງຊາດຊຸດໃໝ່ໄດ້ດຳເນີນກອງປະຊຸມຄັ້ງທຳອິດ. ເຖິງຢ່າງໃດກໍ່ຕາມ, ໃນຫໍປະຊຸມສະພາແຫ່ງຊາດ ກຳປູເຈຍ ໃນວັນທີ 23/9 ມີສະມາຊິກສະພາແຫ່ງຊາດຄົນໃໝ່ ຂອງພັກກຳອຳນາດ ປະຊາຊົນ ກຳປູເຈຍ (CPP) 68 ທ່ານເຂົ້າຮ່ວມກອງປະຊຸມພາຍໃຕ້ການເປັນປະທານຂອງສະມາຊິກສະພາແຫ່ງຊາດ ທ່ານ Heng Samrin, ປະທານສະພາແຫ່ງຊາດຊຸດທີ 5, ປະທານກິຕິມະສັກຂອງພັກ CPP. 55 ທີ່ນັ່ງທີ່ຍັງເຫຼືອຖືກ ເປົ່າວ່າງຍ້ອນພັກກູຊາດ ກຳປູເຈຍ (CNRP) ຄັດຄ້ານກອງປະຊຸມຍ້ອນບໍ່ຕົກລົງກັບໝາກຜົນການເລືອກຕັ້ງ ເຊິ່ງຕາມເຂົາເຈົ້າແລ້ວມີການລະເມີດໃນການເລືອກຕັ້ງ. ໂຄງການດຳເນີນງານຂອງກອງປະຊຸມຍັງດຳເນີນໄປເປັນປົກກະຕິດ້ວຍເລື່ອງຮັບຮອງເອົາບັນຊີລາຍຊື່ບັນດາສະມາຊິກ ສະພາແຫ່ງຊາດ ຄົນໃໝ່ ແລະ ກົດລະບຽບການເຄື່ອນໄຫວຂອງສະພາແຫ່ງຊາດຊຸດໃໝ່.
ກ່ຽວຂ້ອງເຖິງກຳປູເຈຍ, ຍັງມີຂ່າວວ່າ : ເນື່ອງໃນໂອກາດ ສົມເດັດ ຮຸນແຊນ ໄດ້ຮັບການແຕ່ງຕັ້ງຈາກ ພຣະກະຣຸນາພຣະບາດສົມເດັດ ພຣະໂນໂຣດົມສີຫານຸ, ພຣະມະຫາວິຣະ ກະສັດ ເປັນນາຍົກ ລັດຖະມົນຕີ ແຫ່ງລາຊະອານາຈັກກຳປູເຈຍ, ວັນທີ 23/9, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ ໄດ້ສົ່ງໂທລະເລກ ອວຍພອນ. ໃນໂທລະເລກ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ ໄດ້ສະແດງຄວາມເຊື່ອໝັ້ນວ່າ ປະຊາຊົນກຳປູເຈຍຈະສືບຕໍ່ຍາດໄດ້ບັນດາ ຜົນງານທີ່ໃຫຍ່ຫຼວງກ່ວາອີກໃນກິດຈະການສ້າງສາປະເທດກຳປູເຈຍແຫ່ງສັນຕິພາບ, ສະຖຽນລະພາບ, ພັດທະນາຢ່າງຈະເລີນຮຸ່ງເຮືອງ, ສ້າງສາຍພົວພັນຖານບ້ານໃກ້ເຮືອນຄຽງທີ່ດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານລະຫວ່າງຫວຽດນາມ ແລະ ກຳປູເຈຍຈະສືບຕໍ່ໄດ້ຮັບການປັບປຸງ ແລະ ຂະຫຍາຍຕົວ ເພື່ອຜົນປະໂຫຍດທີ່ແທດຈິງຂອງປະຊາຊົນ 2 ປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ໃນໂລກ.