ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງປະມວນກົດໝາຍດຳເນີນຄະດີແພ່ງ (ສະບັບປັບປຸງ)

ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງປະມວນກົດໝາຍດຳເນີນຄະດີແພ່ງ (ສະບັບປັບປຸງ) - ảnh 1
(ພາບປະກອບ)

(vovworld) – ​ໂດຍ​ສືບ​ຕໍ່​ກອງ​ປະຊຸມສະ​ໄໝ​ສາມັນ​​ເທື່ອ​ທີ 10, ຕອນ​ເຊົ້າ​ວັນ​ທີ 26/10, ສະພາ​ແຫ່ງ​ຊາດ​ໄດ້​ປຶກສາ​ຫາລື​ບາງ​ເນື້ອ​ໃນ​ທີ່​ຍັງ​ມີ​ຄວາມ​ເຫັນ​​ແຕກ​ຕ່າງ​ກັນ​ຂອງຮ່າງປະມວນ​ກົດໝາຍ​ດຳ​ເນີນຄະດີ​ແພ່ງ (ສະບັບ​ປັບປຸງ). ຮ່າງປະມວນ​ກົດໝາຍ​ດຳ​ເນີນຄະດີ​ແພ່ງ (ສະບັບ​ປັບປຸງ) ​ໄດ້​ຍື່ນ​ສະ​ເໜີ​ຕໍ່ສະພາ​ແຫ່ງ​ຊາດ​ພິຈາລະນາ, ປະກອບ​ຄຳ​ເຫັນ​ທີ່​ກ​ອງປະຊຸມສະ​ໄໝ​ສາມັນ​ເທື່ອທີ 9 ​ແລ້ວ. ຄຳ​​ເຫັນ​ສ່ວນ​ຫຼາຍ​ໄດ້​ເຫັນ​ດີ​ກັບ​ຂໍ້​ກຳນົດ “ສານ​ບໍ່​ໄດ້​ປະຕິ​ເສດ​ຄຳ​ສະ​ເໜີ​​ແກ້​ໄຂ​ຄະດີ​ແພ່ງ ຍ້ອນສາຍ​ເຫ​ດ​ບໍ່​ທັນ​ມີ​ມາດຕາ​ລະບຸ​​ໃນ​ກົດໝາຍ​ເພື່ອ​ນຳ​ໃຊ້”. ນີ້​ແມ່ນ​ບາດ​ກ້າວ​​ຫັນປ່ຽນສຳຄັນ​ໃນ​ການ​ສ້າງ​ລັດ​ແຫ່ງ​ອຳ​ນາດນິຕິບັນ​ຍັດ, ​ເໝາະ​ສົມ​ກັບ​ຂໍ້​ກຳນົດ​ຂ​ອງ ລັດຖະທຳມະນູນປີ 2013 ກ່ຽວ​ກັບ​ບົດບາດ, ໜ້າ​ທີ່​ຂອງ​ສານ​ປະຊາຊົນ​ແມ່ນ “ອົງການ​ພິພາກ​ສາ​ຂອງປະ​ເທດ​ສາທາ​ລະນະ​ລັດ ສັງຄົມ​ນິຍົມຫວຽດນາມ, ປະຕິບັດ​ສິດ​ຍຸຕິ​ທຳ” ​ແລະ ບົດຮຽນ​ຈາກ​ຫຼາຍ​ປະ​ເທດ​ໃນ​ໂລກ.
ຂ່າວ/ບົດ​ອື່ນ