ສະພາແຫ່ງຊາດອີຣັກປະຕິເສດການບົ່ງຕຳແໜ່ງລັດຖະມົນຕີກະຊວງປ້ອງກັນປະເທດແລະລັດຖະມົນຕີກະຊວງພາຍໃນ
ກອງປະຊຸມຂອງສະພາແຫ່ງຊາດ ອີຣັກ ໃນວັນທີ 9/9
(ພາບ: AFP/TTXVN)
(vovworld) – ວັນທີ 16/9, ສະພາແຫ່ງຊາດ ອີຣັກ ບໍ່ຮັບຮອງເອົາການສະເໜີຂອງທ່ານນາຍົກລັດຖະມົນຕີ Haider Al – Abadi ກ່ຽວກັບການແຕ່ງຕັ້ງສະມາຊິກສະພາແຫ່ງຊາດ ຊາວອິດສະລາມ ນິກາຍ Sunni ທ່ານ Jaber al – Jabberi ເປັນລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ແຕ່ງຕັ້ງສະມາຊິກສະພາແຫ່ງຊາດ ຊາວອິດສະລາມ ນິກາຍ Shi’ite Riyad Ghareed ເປັນລັດຖະມົນຕີກະຊວງພາຍໃນ. ຕາມແຜນການແລ້ວ, ສະພາແຫ່ງຊາດ ອີຣັກ ຈະປ່ອນບັດເລືອກຕັ້ງຄືນໃໝ່ ກ່ຽວກັບເລື່ອງແຕ່ງຕັ້ງ 2 ຕຳແໜ່ງດັ່ງກ່າວໃນວັນທີ 18/9. ກ່ອນນັ້ນ, ວັນທີ 8/9, ສະພາແຫ່ງຊາດ ອີຣັກ ໄດ້ຮັບຮອງເອົາບັນຊີລາຍຊື່ຄະນະລັດຖະບານໃໝ່ເຊິ່ງລວມມີ 24 ລັດຖະມົນຕີ ໂດຍທ່ານນາຍົກລັດຖະມົນຕີ Al – Abadi ນຳໜ້າ. ເຖິງຢ່າງໃດກໍ່ຕາມ, 2 ຕຳແໜ່ງຫຼັກແຫຼ່ງແມ່ນລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ລັດຖະມົນຕີກະຊວງພາຍໃນຍັງວ່າງຍ້ອນບັນດາຄວາມບໍ່ລົງລອຍກັນດ້ານການເມືອງ. ພາຍຫຼັງດຳເນີນບັນດາການເຈລະຈາກັບບັນດາກຸ່ມການເມືອງ, ທ່ານນາຍົກລັດຖະມົນຕີ Al – Abadi ຕົກລົງເລືອກເຟັ້ນສະມາຊິກສະພາແຫ່ງຊາດ Jaber al – Jabberi ແລະ Riyad Ghareed ໃຫ້ 2 ຕຳແໜ່ງນີ້, ແຕ່ໄດ້ປະສົບກັບບັນດາຄວາມບໍ່ລົງລອຍກັນ, ສ່ວນຫຼາຍແມ່ນຈາກກອງພົນນ້ອຍ Shi’ite Badr.