ສະມາຊິກພັກຢູ່ຕ່າງປະເທດເອົາໃຈໃສ່,ຕິດຕາມກອງປະຊຸມໃຫຍ່ຄັ້ງທີ12ຂອງພັກ

ສະມາຊິກພັກຢູ່ຕ່າງປະເທດເອົາໃຈໃສ່,ຕິດຕາມກອງປະຊຸມໃຫຍ່ຄັ້ງທີ12ຂອງພັກ - ảnh 1
ພາບປະກອບ


(vovworld) –  ສະມາ​ຊິກ​ພັກ​ກອມ​ມູນິດ ຫວຽດນາມ ຫຼາຍ​ຄົນ​ທີ່​ພວມ​ຮຳ່ຮຽນ​ຢູ່​ຕ່າງປະ​ເທດ ​ເອົາ​ໃຈ​ໃສ່​ຕິດຕາມ​ວາ​ລະ​ໄຂ​ຂອງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູນິດ ຫວຽດນາມ ຜ່ານ​ພາຫະນະ​ສື່​ມວນ​ຊົນ​ຕ່າງໆ. ບັນດາ​ສະມາຊິກ​ພັກ​ສະ​ແດງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ​ແລະ ຕີ​ລາຄາ​ສູງ​ບົດ​ລາຍ​ງານ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຊຸດ​ທີ 11 ​ກ່ຽວ​ກັບ​ບັນດາ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ ​ແລະ ປາດ​ຖະໜາວ່າ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຈະ​ມີ​ລັດຖະນະ​ໂຍບາຍ​ຍຸດ​ທະ​ສາດ​ສຳຄັນ​​ເພື່ອພັດທະນາ​ເສດຖະກິດ - ສັງຄົມ​ແບບ​ຍືນ​ຍົງ. ອ້າຍ ​ເຢື​ອງວັນ​ຮ໋ຽວ, ສະມາ​ຊິກ​ພັກທີ່ພວມ​ຄົ້ນຄ​້ວາ​ໃນ​ຂະ​ແໜງ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ​ຢູ່​ມະຫາວິທະຍາ​ໄລ ມົງກຸດ, ​ໄທ, ​ແບ່ງປັນ​ວ່າ:

        “ຂ້າພະ​ເຈົ້າ​ໄດ້​ຮັບ​ຟັງ​ບົດ​ລາຍ​ງານ​ຂອງ​ທ່ານ​​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຜ່ານ​ໂທລະພາບ​ອອນ​ໄລ. ຂ້າພະ​ເຈົ້າ​​ໄດ້​ເຫັນ​ດີ​ເຫັນ​ພ້ອມ​ກັບ​ບັນດາ​ໜ້າ​ທີ່​ເຊິ່ງທ່ານ​ເລຂາທິການ​ໃຫຍ່​ໄດ້​ລາຍ​ງານ​ຕໍ່​ກອງ​ປະຊຸມ​ໃຫຍ່. ຫວັງ​ວ່າ, ຜ່ານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຄັ້ງ​ນີ້, ​ໃນ​ໄລຍະ 5 ປີ​ຈະ​ມາ​ເຖິງ, ຫວຽດນາມ ຈະ​ປະຕິບັດ​ບັນດາ​ໜ້າ​ທີ່​ພື້ນຖານ​ເຊິ່ງ​ເລຂາທິການ​ໃຫຍ່​ຊີ້​ແຈ້ງ​ສຳ​ເລັດ​ຜົນ.”

        ​ໃນ​ຂະນະ​ນັ້ນ, ອ້າຍ ​ເລີມ​ງອກ​ຮູ່ງ, ຫົວໜ້າ​ຄະນະ​ນັກ​ສຶກສາ ຫວຽດນາມ ປະຈຳ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ ລາວ, ​ໄດ້​ແບ່ງປັນ​ວ່າ:

        “ພວກ​ຂ້າພະ​ເຈົ້າ​​ຫວັງ​ວ່າ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຈະ​ເລືອກ​ເຟັ້ນບັນດາ​ຜູ້​ທີ່ມີ​ຄວາມ​ເກັ່ງ​ກ້າ​ສາມາດ, ມີ​ຄຸນ​ນະ​ທາດ​ດ້ານການ​ເມືອງ​ຢ່າງ​ໝັ້ນຄົງ ​ແລະ ຍາມ​​ໃດ​ກໍ​ຍົກ​ອອກ​ບັນດາ​ນະ​ໂຍບາຍ​ປ່ຽນ​ໃໝ່​ໃນ​ຂົງ​ເຂດ​ຕ່າງໆ​ຄື: ການ​ສຶກສາ, ​ເສດຖະກິດ, ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ​​ເພື່ອ​ສ້າງສາ​ປະ​ເທດ​ ຫວຽດນາມ ​ໃຫ້​ນັບ​ມື້​ນັບ​ໝັ້ນຄົງ, ​ເຂ້​ັມ​ແຂງ ​ແລະ ພັດທະນາ.”

 

ຂ່າວ/ບົດ​ອື່ນ