ສະມາຊິກສະພາແຫ່ງຊາດລົງພົບປະກັບຜູ້ມີສິດເລືອກຕັ້ງຢູ່ບັນດາທ້ອງຖິ່ນ
ທ່ານ ດີງເທຮີງຫົວຫນ້າຄະນະໂຄສະນາສຶກສາສູນກາງ
photo:internet
|
(vovworld)- ວັນທີ 3/12, ທ່ານ ດີງເທຮີງ, ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວຫນ້າຄະນະໂຄສະນາສຶກສາສູນກາງ ພ້ອມດ້ວຍຄະນະ ສສຊ ແຂວງ ຮ່ວາບີງ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງ ເມືອງ ດາບັກ ແລະ ກີເຊີນ ແຂວງ ຮວ່າບີງ, ກ່າວຄຳເຫັນນະການພົບປະ, ທ່ານ ດີງເທຮີງ ເນັ້ນຫນັກວ່າ: ລັດຖະທຳມະນູນຂອງປະເທດ ສສ ຫວຽດນາມ ສະບັບປັບປຸງຄັ້ງນີ້ ໄດ້ສະແດງໃຫ້ເຫັນແນວຄິດຂອງພັກ, ຈິດໃຈຂອງປະຊາຊົນ, ຢືນຢັນບົດບາດນຳພາຂອງລັດ ແລະ ສັງຄົມຂອງພັກກອມມູນິດຫວຽດນາມ. ລັດຖະທຳມະນູນ ເຊີດຊູສິດທິມະນຸດ, ສິດ ແລະ ພັນທະພື້ນຖານຂອງພົນລະເມືອງ, ເສີມຂະຫຍາຍບົດບາດເປັນເຈົ້າຂອງປະຊາຊົນໃນການສ້າງກົງຈັກລັດໃຫ້ສົມບູນແບບ. ທ່ານດີງເທຮີງ ສະຫນີໃຫ້ຄະນະພັກທຸກຂັ້ນ, ອຳນາດການປົກຄອງຈາກແຂວງຕະຫລອດຮອດຂັ້ນຮາກຖານ ຈັດຕັ້ງການໂຄສະນາ, ເຜີຍແຜ່ເນື້ອໃນຂອງລັດຖະທຳມະນູນຢ່າງເລິກເຊິ່ງກວ້າງຂວາງເພື່ອຮັບປະກັນລັດຖະທຳມະນູນໄດ້ຮັບຄວາມເຄົາລົບ ແລະ ປະຕິບັດຢ່າງເຂັ້ມງວດໃນທຸກຂົງເຂດຂອງຊີວິດສັງຄົມ.