ສະຫະປະຊາຊາດ ຊຸກຍູ້ບັນດາ ນະໂຍບາຍ ຟື້ນຟູເສດຖະກິດໂລກ

ສະຫະປະຊາຊາດ ຊຸກຍູ້ບັນດາ ນະໂຍບາຍ ຟື້ນຟູເສດຖະກິດໂລກ - ảnh 1

ຫ້ອງ​ປະຊຸມ​ຂອງ​ສະພາ​ຄວາມ​ໝັ້ຍຄົງ ສປຊ

(ພາບ: tuoitre.vn)

( vovworld ) – ສະຫະ​ປະຊາ​ຊາດ (ສປຊ) ​ໄດ້​ຮຽກຮ້ອງ​ໃຫ້​ລັດຖະບານ​ປະ​ເທດ​ຕ່າງໆ ຈົ່ງ​ຊຸກຍູ້​ບັນດາ​ນະ​ໂຍບາຍ​ສົມທົບ​ກັນ ​ແລະ ມີ​ປະສິທິຜົນ ​ເພື່ອ​ຈັດໃຫ້​ພື້ນຖານ​ເສດຖະກິດ​ໂລກ​ເຂົ້າ​ໃນ​ເສັ້ນທາງ​ຈະ​ເລີ​ນ​ເຕີບ​ໂຕ ​ແລະ ພັດທະນາ​ແບບ​ຍືນ​ຍົງ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ຂັ້ນສູງ​ພິ​ເສດ​ລະຫວ່າງ​ສະພາ​ເສດຖະກິດ​ສັງຄົມ ສປຊ ຫລື ECOSOC, ທະນາຄານ​ໂລກ ຫລື WB, ກອງ​ທຶນ​ເງິນຕາ​ສາກົນ ຫລື IMF, ອົງການ​ການ​ຄ້າ​ໂລກ ຫລື WTO ​ແລະ​ ກອງ​ປະຊຸມ ສປຊ ກ່ຽວ​ກັບ​ການ​ຄ້າຂາຍ ​ແລະ ການ​ພັດທະນາ ຫລື UNCTAD, ທ່ານ  Milos Koterec ປະທານ ECOSOC ​ເນັ້ນໜັກ​ວ່າ ​ເລື່ອງ​ຊຸກຍູ້​ປະສິທິດ​ຜົນ​ການຈະ​ເລີ​ນ​ເຕີບ​ໂຕ​ດ້ານ​ເສດຖະກິດ​ແບບ​ຍືນ​ຍົງ, ທົວ​ໄປ ​ແລະ ສະ​ເໝີ​ພາບ, ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຫຼາຍ​ຄົນ ກໍ​ຄື​ເພີ່ມ​ທະວີ​ການ​ລົງທຶນ ​ແລະ ດຳ​ເນີນ​ທຸລະ​ກິດ ຮຽກຮ້ອງ​ໃຫ້​ມີ​ການ​ກະທຳ​ໃນ​ຫຼາຍ​ຂົງ​ເຂດ​ຢ່າງ​ກ້ວາງ​ຂວາງ​ຢູ່​ທັງ​ລະດັບ​ຊາດ ​ແລະ ສາກົນ. ​ໃນ​ສະ​ເພາະ​ໜ້າ, ປະ​ເທດ​ຕ່າງໆ​ຕ້ອງ​ສົມທົບ​ບັນດາ​ການ​ຊຸກຍູ້​ເສດຖະກິດ ລວມມີ​ທັງ​ບັນດາມາດ​ຕະການສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ຫຼາຍ​ຄົນ. ​ແລະ ກໍ​ໃນ​ກອງ​ປະຊຸມ, ທ່ານ​ເລຂາທິການ​ໃຫ່ຍ ສປຊ ບານ​ກີ​ມູນ ​ໄດ້​ເນັ້ນໜັກ​ພິ​ເສດ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຊາວ​ໜຸ່ມ ​ໃນ​ສະພາບ​ການ​ປະຈຸ​ບັນ​ຊາວ​ໜຸ່ມ​ກ່ວາ 75 ລ້ານ​ຄົນ​ໃນ​ໂລກ​ບໍ່​ທັນ​ມີ​ວຽກ​ເຮັດ​ງານ​ທຳ. ທ່ານ​ຖື​ວ່າ ບັນດາ​ນະ​ໂຍບາຍ​ຄວນ​ສຸມ​ໃສ່​ໜູນ​ຊ່ວຍ​ບັນດາ​ບໍລິສັດ​ຂະໜາດ​ກາງ ​ແລະ ນ້ອຍ ຍ້ອນ​ວ່າ ນີ້​ແມ່ນ​ແຫຼ່ງສ້າງ​ວຽກ​ເຮັດ​ງານ​ທຳ​ ​ແລະ ບັນດາ​ໂອກາດ​ເພີ່ມ​ລາຍ​ຮັບ.

ຂ່າວ/ບົດ​ອື່ນ