ສະຫະປະຊາຊາດເນັ້ນໜັກເຖິງໜ້າທີ່ຮັບປະກັນສັນຕິພາບແລະພັດທະນາແບບຍືນຍົງ

ສະຫະປະຊາຊາດເນັ້ນໜັກເຖິງໜ້າທີ່ຮັບປະກັນສັນຕິພາບແລະພັດທະນາແບບຍືນຍົງ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ Ban Ki moon
(ພາບ: UN Photo)

(vovworld) - ໃນ​ສານ​ເນື່ອງ​ໃນ​ໂອ​ກາດ​ແຫ່ງ​ວັນ​ສະ​ຫະ​ປະ​ຊາ​ຊາດ (24/10), ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ Ban Ki moon ໄດ້ເນັ້ນ​ໜັກ​​ເຖິງ​ພາ​ລະ​ບົດ​ບາດ​ຂອງ​ອົງ​ການ​ຫຼາຍ​ຝ່າຍ​ທີ່​ໃຫຍ່ກວ່າ​ໝູ່​ໃນ​ໂລກນີ້ ໃນ​ການ​ຮັບ​ປະ​ກັນ​ສັນ​ຕ​ິ​ພາບ ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ. ໃນ​ສານ​ສຸດ​ທ້າຍ ໃນ​ຖາ​ນະ​ເປັນ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ, ທ່ານ Ban Ki moon ໃຫ້​ຮູ້​ວ່າ, ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ສະ​ຫະ​ປະ​ຊາ​ຊາດ ພວມ​ພ້ອມ​ກັນ​ສ້າງ​ຕັ້ງ​ພື້ນ​ຖ​ານ​ຢ່າງ​ໝັ້​ນ​ຄົງ ຈາກນັ້ນ​ມອບ​ສິດ​ໃຫ້​ແມ່​ຍິງ, ຊາວ​ໜຸ່ມ ແລະ ປົກ​ປ້ອງ​ສິດ​ທິ​ມະ​ນຸດ​ໃຫ້​ທຸກໆ​ຄົນ. ຕາມ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ແລ້ວ, ບັນ​ດາ​ປະ​ເທດ​ໄດ້ ແລະ ພວມ​ບັນ​ລຸ​ບາດ​ກ້າວ​ສຳ​ຄັນ ເພື່​ອ​ມຸ່ງ​ໄປ​ເຖິງ​ອະ​ນາ​ຄົດ​ທີ່​ໝັ້ນ​ຄົງ​ກວ່າ ຜ່ານ​ໂຄ​ງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ 2030 ແລະ ສັນ​ຍາ​ປາ​ຣີ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ.

ຂ່າວ/ບົດ​ອື່ນ