ສະຫະພັນຊາວໜຸ່ມຫວຽດນາມ ຕ້ອນ ຮັບຄະນະຜູ້ແທນ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ

ສະຫະພັນຊາວໜຸ່ມຫວຽດນາມ ຕ້ອນ ຮັບຄະນະຜູ້ແທນ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ - ảnh 1
(ພາບປະກອບ)

(vovworld) -     ​ໂດຍ​ສືບ​ຕໍ່​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ, ວັນ​ທີ 16/10, ຄະນະ​ຜູ້​ແທນ​ສູນ​ກາງ​ຊາວ​ໜຸ່ມ​ປະຊາຊົນ​ປະຕິວັດ​ລາວ ​ໂດຍ​ທ່ານ ສອນ​ທະນູ ທຳ​ມະ​ວົງ, ຮອງ​ເຂ​ຂາ​ທິການ​ສູນ​ກາງ​ຊາວ​ໜຸ່ມ​ປະຊາຊົນ​ປະຕິວັດ​ລາວ ນຳ​ໜ້າ ​ໄດ້​ມີ​ການ​​ໂອ້​ລົມ​ສົນທະນາ​ກັບ​ສູນ​ກາງສະຫະພັນ​ຊາວ​ໜຸ່ມ​ຫວຽດນາມ, ​​ຊອກ​ຮູ້​ຮູບ​ແບບ ​ແລະ ວິທີ​ການ​ເຄື່ອນ​ໄຫວ​ເພື່ອສ້າງ​ຕັ້ງ​ອັງກາ​ນຈັດ​ຕັ້ງສະຫະພັນ​ຊາວ​ໜຸ່ມ​ລາວ. ທີ່​ການ​ພົບ​ປະເຈລະຈາ, ທ່ານ Nguyen Phi Long, ຮອງ​ປະທານສະຫະພັນ​ຊາວ​ໜຸ່ມ​ຫວຽດນາມ ​ໃຫ້​ຮູ້​ວ່າ, ​ເລື່ອງ​ໜູນ​ຊ່ວຍ​ສ້າງ​ຕັ້ງສະຫະພັນ​ຊາວ​ໜຸ່ມ​ລາວ ​ແມ່ນ​ໜຶ່ງ​ໃນ​ບັນດາ​ໜ້າ​ທີ່​ສຳຄັນ​ເພື່ອ​ແນ​ໃສ່​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຊາວ​ໜຸ່ມທີ່​ມີ​ຕໍ່​ພາລະກິດ​ປະຕິວັດ​ຂອງ​ສອງ​ປະ​ເທດ ​ແລະ ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ມິດຕະພາບ​ລະຫວ່າງ​​ໄວໜຸ່ມ​ສອງ​ປະ​ເທດ.

ທ່ານ​ຮອງ​ເລຂາທິການ​ສູນ​ກາງ​ຊາວ​ໜຸ່ມ​ປະຊາຊົນ​ປະຕິວັດ​ລາວ ສອນ​ທະນູ ທຳ​ມະ​ວົງ ຢາກ​ຮໍ່າ​ຮຽນ​ເອົາ​ບົດຮຽນ​ກ່ຽວ​ກັບ​ຮູບ​ແບບການຈັດ​ຕັ້ງຂອງສະຫະພັນ​ຊາວ​ໜຸ່ມ​ຫວຽດນາມ, ຖື​ນີ້​ແມ່ນ​ປະຖົມ​ປັດ​ໃຈ​ເພື່ອ​ໃຫ້ສູນ​ກາງ​ຊາວ​ໜຸ່ມ​ປະຊາຊົນ​ປະຕິວັດ​ລາວ ກໍ່ສາງ ​ແລະ ສ້າງ​ຕັ້ງສະຫະພັນ​ຊາວ​ໜຸ່ມລາວ.

ຂ່າວ/ບົດ​ອື່ນ