ສະເຫຼີມສະຫຼອງ 110 ປີແຫ່ງວັນຄ້າຍ ວັນເກີດທ່ານເລຂາທິການໃຫຍ່ Le Hong Phong

ສະເຫຼີມສະຫຼອງ 110 ປີແຫ່ງວັນຄ້າຍ ວັນເກີດທ່ານເລຂາທິການໃຫຍ່ Le Hong Phong - ảnh 1
ລາຍການ​ສີ​ລະ​ປະ​ ບ້ານ​ເກີດ​ເມືອງ​ນອນ
(ພາບ: baomoi.com)


(vovworld) -     ລາຍການ​ສີ​ລະ​ປະ​ ບ້ານ​ເກີດ​ເມືອງ​ນອນ ​​​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວສະ​ເຫຼີ​ມສະຫຼອງ 110 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ທ່ານ​ເລຂາທິການ​ໃຫຍ່ Le Hong Phong, ​​ໄດ້​ດຳ​ເນີນ​​ໃນ​ຕອນ​ຄໍ່າ​ວັນ​ທີ 5/9, ຢູ່​ສະໜາມ​ຫຼວງ​​ໂຮ່ຈິ​ມິນ, ນະຄອນ​ວິ​ງ, ​ແຂວງ​​ Nghe An. ທ່ານ​ເລ​ຂາ​ທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ Nguyen Phu Trong ​​ໄດ້​ເຂົ້າ​ຮ່ວມ​ລາຍການ. ບັນດາ​ບົດ​ເພງ, ວາດ​ຟ້ອນ, ບົດ​ລະຄອນ​ໃນ​ລາຍການ​ດັ່ງກ່າວມີ​ເນື້ອ​ໃນ​ຍ້ອງຍໍ​ບ້ານ​ເກີດ​ເມືອງ​ນອນ, ປະ​ເທດ​ຊາດ, ຄິດ​ຮອດ​ຄິດ​ເຖິງ, ​​ເຊີດ​ຊູ​ຄຸນງາມຄວາມດີ​ອັນ​ໃຫຍ່​ຫຼວງ​ຂອງ​ທ່ານເລຂາທິການ​ໃຫຍ່ Le Hong Phong ທີ່​ມີຕໍ່​ພາລະກິດ​ປະຕິວັດແຫ່ງ​ການປົດປ່ອຍ​ຊາດ, ປົດ​ປ່ວຍ​ຊົນ​ຊັ້ນ, ປົດ​ປ່ອນ​ມະນຸດຂອງ​ພັກ​ກອມ​ມູນິດ​ຫວຽດນາມ, ກັບ​ຂະ​ບວນການ​ກອມ​ມູນິດ ​ແລະ ກຳມະກອນ​ສາກົນ. ລາຍການ​ສີ​ລະ​ປະນີ້ຍັງ​ແມ່ນ​ການ​ຕອບ​ບຸນ​ແທນ​ຄຸນ​ຢ່າງ​ເລິກ​ເຊິ່ງຂອງ​ລຸ້​ນປະຈຸ​ບັນ​ຕໍ່​ນັກ​ປະຕິວັດລຸ້ນກ່ອນ, ບັນດາ​ນັກຮົບ​ທີ່​ໄດ້​ອຸທິດ​ສ່ວນ, ​ເສຍສະຫຼະ​ຊີວິດ​ເພື່ອ​ເອກະລາດ, ​ເສລີພາບ​ຊອງ​ຊາດ, ​ເພື່ອ​ຄວາມ​ຜາ​ສຸກ​ຂອງ​ປະຊາຊົນ.

ຂ່າວ/ບົດ​ອື່ນ