ສະເຫຼີມສະຫຼອງ 127 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ ຢູ່ ໂປໂລຍ

(VOVWORLD) - ວັນທີ 14 ພຶດສະພາ ຢູ່ນະຄອນ La Hay ສະຖານທູດ ຫວຽດນາມ ປະຈຳ ໂປໂລຍ ຈັດຕັ້ງພິທີສະເຫຼີມສະຫຼອງ 127 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ (19/05/1890 – 19/05/2017)
ສະເຫຼີມສະຫຼອງ 127 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ ຢູ່ ໂປໂລຍ - ảnh 1 ທ່ານນາງເອກອັກຄະລັດຖະທູດ ໂງທິຮ່ວາ 

ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ ທ່ານນາງເອກອັກຄະລັດຖະທູດ ໂງທິຮ່ວາ ຢືນຢັນແນວຄິດ, ຄຸນສົມບັດ, ວິຖີຊີວິດ ແລະ ບັນດາຄຳສັ່ງສອນຂອງປະທານ ໂຮ່ຈີມິນ ແມ່ນແສງສະຫວ່າງເຍື່ອງທາງໃຫ້ແກ່ຊົນຊາດ ຫວຽດນາມ. ສຳລັບພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ພະນັກງານການທູດ, ນັກຮຽນ ຫຼື ນັກສຶກສາ, ບັນດາຄຳສັ່ງສອນຂອງເພີ່ນຍັງຄົງຮັກສາຄວາມໝາຍສຳຄັນດັ້ງເດີມ ແລະ ມີຄຸນຄ່າຍຸກສະໄໝ. ສະຖານທູດກໍ່ຈັດຕັ້ງແນະນຳຮູບເງົາເອກະສານກ່ຽວກັບຊີວິດ ແລະ ພາລະກິດຂອງປະທານ ໂຮ່ຈີມິນ, ຖະຫວາຍທູບທຽນອາໄລຫາປະທານ ໂຮ່ຈີມິນ ຢູ່ສະຖານທູດ.

ຕອບກັບ

ຂ່າວ/ບົດ​ອື່ນ