ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ ແລະ ອັງກິດ

(VOVWORLD) - ການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດໃນປີ 2010 ແລະ “ຖະແຫຼງການຮ່ວມກ່ຽວກັບການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ລາຊະອານາຈັກ ອັງກິດ” ໃນປີ 2020 ໄດ້ສະແດງໃຫ້ເຫັນວິໄສທັດ ແລະ ຄຳໝັ້ນສັນຍາຢ່າງແຮງຂອງລັດຖະບານສອງປະເທດ.
 
ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ ແລະ ອັງກິດ - ảnh 1ທ່ານ Iain Frew, ເອກອັກຄະລັດຖະທູດ ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ກ່າວຄຳເຫັນທີ່ພິທີ
(ພາບ: Ngọc Thư/qdnd.vn)

ຕອນຄ່ຳວັນທີ 11 ກັນຍາ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ແລະ ສະມາຄົມມິດຕະພາບ ຫວຽດນາມ - ອັງກິດ ໄດ້ສົມທົບກັບສະຖານທູດ ລາຊະອານາຈັກ ອັງກິດ ປະຈຳ ຮ່າໂນ້ຍ, ຈັດພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ ແລະ ລາຊະອານາຈັກ ອັງກິດ (11/9/1973 – 11/9/2023). ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານ ຫງວຽນມິງຫວູ, ຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ ໄດ້ຊີ້ແຈ້ງວ່າ: ນັບແຕ່ເວລາສ້າງຕັ້ງການພົວພັນທາງການທູດ, ຫວຽດນາມ ແລະ ລາຊະອານາຈັກອັງກິດ ພັດທະນາການພົວພັນຄູ່ຮ່ວມມືຢ່າງເຂັ້ມແຂງ, ມີປະສິດທິຜົນ, ຂະຫຍັນຂັນເຄື່ອນໃນທຸກຂົງເຂດ.  ການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດໃນປີ 2010 ແລະ “ຖະແຫຼງການຮ່ວມກ່ຽວກັບການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ລາຊະອານາຈັກ ອັງກິດ” ໃນປີ 2020 ໄດ້ສະແດງໃຫ້ເຫັນວິໄສທັດ ແລະ ຄຳໝັ້ນສັນຍາຢ່າງແຮງຂອງລັດຖະບານສອງປະເທດ. ທ່ານຮອງລັດຖະມົນຕີ ຫງວຽນມິງຫວູ ສະແດງຄວາມເຊື່ອໝັ້ນການພົວພັນ ຫວຽດນາມ - ອັງກິດ ຈະນັບມື້ນັບພັດທະນາ, ກ້າວໄກກ່ວາໃນທຸກຂົງເຂດ.

        ສ່ວນທ່ານ Iain Frew, ເອກອັກຄະລັດຖະທູດ ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ປະຈຳ ຫວຽດນາມ, ຢັ້ງຢືນວ່າ:

        “ມີການປ່ຽນແປງຫຼາຍຢ່າງນັບແຕ່ເວລາ 2 ປະເທດ ອັງກິດ - ຫວຽດນາມ ສ້າງຕັ້ງການພົວພັນທາງການທູດໃນປີ 1973. ຫວຽດນາມ ໄດ້ຜ່ານວິວັດການພັດທະນາເສດຖະກິດ ແລະ ການເຊື່ອມໂຍງສາກົນທີ່ເຕັມໄປດ້ວຍຄວາມປະທັບໃຈ ເຊິ່ງ ລາຊະອານາຈັກ ອັງກິດ ມີຄວາມເອກອ້າງທະນົງໃຈຍ້ອນໄດ້ມີການປະກອບສ່ວນບໍ່ໜ້ອຍ.  ພາຍຫຼັງ 13 ປີນັບແຕ່ເມື່ອສອງປະເທດເຫັນດີເປັນເອກະພາບຍົກລະດັບການພົວພັນເປັນຄູ່ຮ່ວມມືຍຸດທະສາດ, ອັງກິດ ແລະ ຫວຽດນາມ ກໍ່ພວມຮ່ວມແຮງຮ່ວມໃຈຮ່ວມມືກັນແກ້ໄຂບັນດາບັນຫາສຳຄັນທີ່ມີລັກສະນະທົ່ວໂລກ, ໃນນັ້ນມີການປ່ຽນແປງຂອງດິນຟ້າອາກາດ”.

ຕອບກັບ

ຂ່າວ/ບົດ​ອື່ນ