ສະ​ເຫຼີມ​ສະຫຼອງ ວັນ​ສື່ມວນ​ຊົນ​ປະ​ຕິ​ວັດ ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ

(VOVWORLD) - ຢູ່ພິທີສະເຫຼີມສະຫຼອງ ໂດຍສະຖານທູດ ຫວຽດນາມ ປະຈຳ ຈີນ ຈັດຂຶ້ນ, ທ່ານເອກອັກຄະລັດຖະທູດ ຟ້າມແທັງບິ່ງ ໄດ້ຫວນຄືນເສັ້ນທາງອັນສະຫງ່າອົງອາດຂອງພື້ນຖານສື່ມວນຊົນປະຕິວັດ ຫວຽດນາມ, ເລີ່ມແຕ່ການກຳເນີດຂອງ ໜັງສືພິງ ແທັງນຽນ (ຊາວໜຸ່ມ) ເມື່ອປີ 1925 ໂດຍປະທານ ໂຮ່ຈີມິນ ສ້າງຕັ້ງຂຶ້ນ.
ສະ​ເຫຼີມ​ສະຫຼອງ ວັນ​ສື່ມວນ​ຊົນ​ປະ​ຕິ​ວັດ ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ - ảnh 1 ທ່ານເອກອັກຄະລັດຖະທູດ ດິງຕວນທັງ ຖ່າຍຮູບເປັນທີ່ລະນຶກກັບຫົວໜ້າບັນດາອົງການສື່ມວນຊົນ ຫວຽດນາມ ປະຈຳ ຝລັ່ງ (ພາບ: VOV)

ໂດຍເຊື່ອມຕົວເຂົ້າກັບບັນຍາກາດອັນຟົດຟື້ນຂອງບັນດາລາຍການສະເຫຼີມສະຫຼອງ 100 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ (21/06/1925 - 21/06/2025) ທີ່ໄດ້ດຳເນີນຢູ່ພາຍໃນປະເທດ, ສະຖານທູດ ຫວຽດນາມ ແລະ ຜູ້ຕາງໜ້າບັນດາອົງການສື່ມວນຊົນ ຫວຽດນາມ ປະຈຳຕ່າງປະເທດ ກໍ່ໄດ້ຈັດພິທີສະເຫຼີມສະຫຼອງ, ພົບປະໃນໂອກາດນີ້.

ຢູ່ພິທີສະເຫຼີມສະຫຼອງ ໂດຍສະຖານທູດ ຫວຽດນາມ ປະຈຳ ຈີນ ຈັດຂຶ້ນ, ທ່ານເອກອັກຄະລັດຖະທູດ ຟ້າມແທັງບິ່ງ ໄດ້ຫວນຄືນເສັ້ນທາງອັນສະຫງ່າອົງອາດຂອງພື້ນຖານສື່ມວນຊົນປະຕິວັດ ຫວຽດນາມ, ເລີ່ມແຕ່ການກຳເນີດຂອງ ໜັງສືພິງ ແທັງນຽນ (ຊາວໜຸ່ມ) ເມື່ອປີ 1925 ໂດຍປະທານ ໂຮ່ຈີມິນ ສ້າງຕັ້ງຂຶ້ນ, ທ່ານຢັ້ງຢືນວ່າ ບັນດາຜູ້ເຮັດວຽກງານການຂ່າວບໍ່ພຽງແຕ່ລົງຂ່າວເທົ່ານັ້ນ ຫາກຍັງແມ່ນນັກຮົບບົນສະໜາມຮົບແນວຄິດອີກດ້ວຍ, ເຊິ່ງໄດ້ປະກອບສ່ວນສຳຄັນເຂົ້າໃນພາລະກິດແຫ່ງການປົກປັກຮັກສາ ແລະ ພັດທະນາປະເທດຊາດ.

ຢູ່ ຝລັ່ງ, ບັນດາອົງການປະຈຳຂອງວິທະຍຸກະຈາຍສຽງ ຫວຽດນາມ, ໜັງສືພິມ ເຍິນເຢິນ (ປະຊາຊົນ), ສຳນັກຂ່າວສານ ຫວຽດນາມ ແລະ ໂທລະພາບ ຫວຽດນາມ ປະຈຳ ຝລັ່ງ ກໍໄດ້ສົມທົບກັບສະຖານທູດ ຫວຽດນາມ ປະຈຳ ຝລັ່ງ ຈັດພິທີສະເຫຼີມສະຫຼອງ. ທີ່ພິທີ, ທ່ານເອກອັກຄະລັດຖະທູດ ດິງຕວານທັ້ງ ໄດ້ເນັ້ນໜັກເຖິງບົດບາດສຳຄັນຂອງສື່ມວນຊົນໃນພາລະກິດແຫ່ງການພັດທະນາ ແລະ ເຊື່ອມໂຍງເຂົ້າກັບສາກົນຂອງປະເທດຊາດ, ພ້ອມທັງຕີລາຄາສູງບັນດາການປະກອບສ່ວນຂອງບັນດາອົງການສື່ມວນຊົນ ຫວຽດນາມ ປະຈຳ ຝລັ່ງ.

ໃນໂອກາດນີ້, ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ອົງການການຄ້າ ໂລກ ແລະ ບັນດາອົງການສາກົນອື່ນໆປະຈຳ ເຊີແນວ, ສະວິດ ກໍໄດ້ຈັດການພົບປະແບບສະໜິດສະໜົມກັບຜູ້ຕາງໜ້າບັນດາອົງການສຳນັກຂ່າວສານ ຫວຽດນາມ ຢູ່ ສະວິດ.

ຕອບກັບ

ຂ່າວ/ບົດ​ອື່ນ