ສະເຫຼີມສະຫຼອງ35ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-Colombia

ສະເຫຼີມສະຫຼອງ35ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-Colombia - ảnh 1
ພາບ​ປະ​ກອບ

(vovworld) - ເວ​ລາ​ຜ່ານ​ມາ, ຢູ່​ນະ​ຄອນຫຼວງ Bogota, ກະ​ຊວງ​ການ​ຕ່າງ​ປະ​ເທດ Colombia ແລະ ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ Venezuela ຮັບ​ຜິດ​ຊອບ Clombia ໄດ້​ສົມ​ທົບ​ກັນ​ຈັດ​ຕັ້ງ​ພິ​ທີ​ສະ​ເຫຼີມ​ສະຫຼອງ 35 ປີ​ແຫ່ງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ 2 ປະ​ເທດ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີໄດ້​ຮັບ​ການ​ຈັດ​ຕັ້ງ​ຢູ່​ສຳ​ນັກ​ງານ​ກະ​ຊວງ​ຕ່າງ​ປະ​ເທດ Colombia, ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ Colombia Patty Londono ເນັ້ນ​ໜັກ​ວ່າ: ຫວຽດ​ນາມ ແມ່ນ​ຄູ່​ຮ່ວ​ມ​ມື​ສຳ​ຄັນ​ຂອງ Colombia ຢູ່​ເຂດ ອາ​ຊີ - ປາ​ຊີ​ຟິກ. Colombia ໃຫ້ບຸ​ລິ​ມະ​ສິດ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ດ້ານ​ການ​ເມືອງ, ວັດ​ທ​ະ​ນະ​ທຳ, ການ​ສຶກ​ສາ​ກັບ ຫວຽດ​ນາມ… ສ່ວນ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ Venezuela ຮັບ​ຜິດ​ຊອບ Colombia ໂງ​ຕຽນ​ຢູ້ງ ໄດ້​ຕີ​ລາ​ຄາ​ສູງ​ເລື່ອງ Colombia ໄດ້​ເປີດ​ສະ​ຖານ​ທູດ​ປະ​ຈຳ ຮ່າ​ໂນ້ຍ, ຢັ້ງ​ຢືນ ຫວຽດ​ນາມ ຍາ​ມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ແລະ ປາດ​ຖະ​ໜາ​ຢາກ​ຍູ້​ແຮງ​ການ​ພົວ​ພັນ​ຮ່ວມ​ມື​ຮອບ​ດ້ານ​ກັບ Colombia, ພິ​ເສດ​ແມ່ນ​​ທາງ​ດ້ານ​ເສດ​ຖະ​ກິດ - ການ​ຄ້າ.

ຂ່າວ/ບົດ​ອື່ນ