ສະເຫຼີມສະຫຼອງບັນດາ ວັນບຸນໃຫຍ່ຂອງຊາດ

ສະເຫຼີມສະຫຼອງບັນດາ ວັນບຸນໃຫຍ່ຂອງຊາດ - ảnh 1
ຮູບ​ພາບ​ຮ່າ​ໂນ້ຍ​ໃນ​ຊຸມ​ວັນ​ທົ່ວ​ປະ​ເທດ​ທຳ​ການ​ຕໍ່ຕ້ານ
(ພາບ: ຫໍພິພິທະ​ພັນ​ປະຫວັດສາດຫວຽດນາມ)


Vovworld- ຕອນ​ເຊົ້າ​ວັນ​ທີ 21/12, ຢູ່ອະນຸສາວະລີນັກຮົບເສຍສະຫຼະຊີວິດເພື່ອ ຊາດ ​ເບັ້ນ​ເຢືອກ ຕາ​ແສງ​ ຟູ້ມີ້​ຮື​ງ ​ເມືອງ​ ກູຈີ ນະຄອນ​ໂຮ່ຈິ​ມິນ ​ໄດ້​ດຳ​ເນີນ​ພິທີ​ສະ​ເຫຼີ​ມສະຫຼອງ 66 ປີ​ແຫ່ງວັນ​ທົ່ວ​ປະ​ເທດ​ທຳ​ການ​ຕໍ່ຕ້ານ​(19/12), 52ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ແນວ​ໂຮມ​ແຫ່ງ​ຊາດ​ປົດ​ປ່ອຍ​ພາກ​ໃຕ້​ຫວຽດນາມ ( 20/12), 68 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ກອງທັບ​ປະ​ຊາ​ຊົນ​ຫວຽ​ດນາມ, 23 ປີ​ແຫ່ງ​ວັນ​ບຸນ​ປ້ອງ​ກັນຊາ​ດທົ່ວ​ປວງ​ຊົນ(22/12) . ວັນ​ທົ່ວ​ປະ​ເທດ​ທຳ​ການ​ຕໍ່ຕ້ານ, ວັນ​ສ້າງ​ຕັ້ງ​ກອງທັບ​ປະ​ຊາ​ຊົນ​ຫວຽ​ດນາມ ​ແລະ ວັນປ້ອງ​ກັນຊາ​ດທົ່ວ​ປວງ​ຊົນ ​ແມ່ນ​ບັນດາ​ເຫດການ​ຊຶ່ງ​ເປັນ​ຂີດ​ໝາຍ​ບາດກ້າວ​ພັດທະນາ​ຢ່າງ​ກະ​ໂດດ​ຂັ້ນ​ຂອງ​ການ​ປະຕິວັດ​ຫວຽດນາມ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ອັນ​ໃຫຍ່​ຫຼວງ​ຂອງ​ໜ້າ​ທີ່​ປະຕິວັດ​ປົດ​ປ່ອຍ​ຊາດ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ ​ເຢືອງກວາງ​ຮ່າ ປະທານ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ນະຄອນ​ໂຮ່ຈິ​ມິນ​ໃຫ້​ຮູ້​ວ່າ :

     “ ​ໃນ​ວັນ​ນີ້, ຊາດ​ຫວຽດນາມ​ໄດ້​ກ້າວ​ສູ່​ໄລຍະ​ປະຫວັດ​ສາດ​ໃໝ່, ​ໄລຍະ​ປະຕິບັດ​ກິດຈະການ​ປ່ຽນ​ແປງ​ໃໝ່, ປະຕິບັດ​ການ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ, ພ້ອມ​ທັງ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ດ້ວຍ​ຈຸດໝາຍ​ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ມີ​ປະຊາທິປະ​ໄຕ ​ແລະ ສີ​ວິ​ໄລຕາມ​ການ​ກຳນົດ​ທິດ​ສັງຄົມ​ນິຍົມ, ​ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. ກາລະ​ໂອກາດ​ໃໝ່​​ແມ່ນ​ມີ​ຫຼາຍ, ​ແຕ່​ສິ່ງ​ທ້າ​ທາຍ​ກໍ​ບໍ່​ແມ່ນ​ໜ້ອຍ, ພວກ​ເຮົາບໍ່​ຄວນ​ເລີ​ນ​ເລີ້​ຕໍ່ໜ້າ​ທີ່​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​. ສິ່ງ​ທ້າ​ທາຍ​ອັນ​ໃຫຍ່​ຫຼວງ​ທີ່​ທ່ວງ​ໃຫ້​ປະຊາຊົນ​ຕ້ອງ​ເພີ່ມ​ທະວີ​ຄວາມ​ສາມັກຄີ, ທັງ​ປະ​ເທດ​ຕ້ອງ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ, ​ເສີມ​ຂະຫຍາຍ​ນ້ຳ​ໃຈ​ຮັກ​ຊາດ, ທົ່ວ​ປະ​ເທດ​ທຳ​ການ​ຕໍ່ຕ້ານ, ນ້ຳ​ໃຈ​ປົດ​ປ່ອຍ​ພາກ​ໃຕ້, ພະຍາຍາມ​ເຮັ​ດສຳ​ເລັດ​ທຸກໆ​ພາລະ​ໜ້າ​ທີ່, ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ທັງໝົດ​ເຫຼົ່າ​ນັ້ນ​ຈຶ່ງ​ສາມາດ​ນຳ​ປະ​ເທດ​ຫວຽດນາມ​ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ​ຕາມ​ທິດ​ທິດ​ທັນ​ສະ​ໄໝ​ໄດ້​ຢ່າງ​ວ່ອງ​ໄວ ”

 

ຂ່າວ/ບົດ​ອື່ນ