ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດຫວຽດນາມ-ສະວິດຄົບຮອບ45ປີ

ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດຫວຽດນາມ-ສະວິດຄົບຮອບ45ປີ - ảnh 1
ທ່ານ Othamar Hardegger
 ຫົວ​ໜ້າ​ກົງ​ສູນ​ໃຫ​ຍ່​ສະ​ວິດ ປະ​ຈຳ ນະ​ຄອນ​ໂຮ່​ຈີ​ມິນ
(ພາບສຳນັກຂ່າວສານຫວຽດນາມ)

(vovworld)- ​​ກ່າວ​ຄວາມ​ເຫັນ​ທີ່​ພິ​ທີ ໂດຍ ​ກົງ​ສູນ​ໃຫຍ່​ສະ​ວິດ ປະ​ຈຳ ນະ​ຄອນ​ໂຮ່​ຈີ​ມິນ ຈັດ​ຂື້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 7/7, ທ່ານ Othamar Hardegger, ຫົວ​ໜ້າ​ກົງ​ສູນ​ໃຫ​ຍ່​ສະ​ວິດ ປະ​ຈຳ ນະ​ຄອນ​ໂຮ່​ຈີ​ມິນ ເນັ້ນ​ໜັກວ່າ: ໃນ​ຊຸມ​ປີ​ຜ່ານ​ມາ​ ການ​ພົວ​ພັນ​ສອງ​ຝ່າຍ ຫວຽດ​ນາມ-ສະ​ວິດ ໄດ້ພັດ​ທະ​ນາ​ຢ່າງ​ເຂັ້​ມ​ແຂ​ງ ແລະ ການ​ຮ່ວມ​ມື​ ມີ​ປະ​ສິດ​ທິ​ຜົນ ໃນຫຼາຍ​ຂົງ​ເຂດ. ສະ​ວິດ ຫວັງ​ວ່າ​ຈະ​ບັນ​ລຸ​ ສັນ​ຍາ​ການ​ຄ້າ​ເສ​ລີ​ ທີ່​ພວມ​ຢູ່​ໃນ​ວິ​ວັດ​ການ​ເຈ​ລະ​ຈາ ລະ​ຫວ່າງ ສ​ະ​ຫະ​ສະ​ມາ​ຄົມ​ການ​ຄ້າ​ເສ​ລີ​ ເອີ​ລົບ- EFTA (ໃນ​ນັ້ນ​ມີ​ສະ​ວິດ) ແລະ ຫວຽດ​ນາມ ໂດຍ​ໄວ. ນີ້​ຈະ​ເປັນສັນ​ຍານທີ່​ສຳ​ຄັນ ແລະ ສ້າງ​ກຳ​ລັງ​ໜູນຊຸກ​ຍູ້ ​ການ​ພົວ​ພັນ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ລະ​ຫວ່າງ ສອງ​ປະ​ເທດ. ສະ​ວິດ ພ້ອມ​ແລ້ວ​ທີ່​ຈະ​ແບ່ງ​ປັນ ແລະ ສືບ​ຕໍ່​ໜູນ​ຊ່ວຍ​ຫວຽດ​ນາມ ໃນ​ບັນ​ດາ​ຂົງ​ເຂດ​ທີ່​ເປັນ​ທ່າ​ແຮງ​ຂອງ​ຕົນ.

        ເນັ້ນ​ໜັກ​ເຖິງ​ການ​ພົວ​ພັນ ລະ​ຫວ່າງ ສອງ​ປະ​ເທດ  ຫວຽດ​ນາມ-ສະ​ວິດ ທີ່ພວມ​ພັດ​ທະ​ນາ​ໃນ​ທຸກໆດ້ານ, ທ່ານ​ ເລ​ແທງ​ລຽ​ມ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ນະ​ຄອນ​ໂຮ່​ຈີ​ມິນ ໃຫ້​ຮູ້​ວ່າ: ປັດ​ຈຸ​ບັນ​ ສະ​ວິດ​ເປັນໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື ທີ່​ສຳ​ຄັນ​​ແຖວ​ໜ້າ ຂອງ​ຫວຽດ​ນາມ ຢູ່​ເອີ​ລົບ. ໃນ​ມໍ່ໆ​ນີ້​ ການ​ເຊັນ​ສັນ​ຍາ​ການ​ຄ້າ​ເສ​ລີ ລະ​ຫວ່າງ ຫວຽດ​ນາມ ແລະ ສະ​ຫະ​ສະ​ມາ​ຄົມ​ການ​ຄ້າ​ເສ​ລີ ເອີ​ລົບ- EFTA ຈະ​ເປັນ​ພື້ນ​ຖານ​ທີ່ໜັກ​ແໜ້ນ ເພື່ອ​ໃຫ້​ຫ​ວຽດ​ນາມ ແລະ ສະ​ວິດ ​ຜັນ​ຂະ​ຫຍາຍບັນ​ດາ​ ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ໃນ​ໄລ​ຍະ​ຈະ​ມາ​ເຖິງ​ຢ່າງ​ເຂັ້ມ​ແຂງ, ເປີດ​ກາ​ລະ​ໂອ​ກາດ​​ການ​ດຳ​ເນີນ​ທຸ​ລະ​ກິດ​ໃໝ່ ໃຫ້ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ສອງ​ຂອງປະ​ເທດ.

ຂ່າວ/ບົດ​ອື່ນ