ສະ​ແດງ​ຄວາມ​ຮູ້​ບຸນ​ຄົນ​ຕໍ່​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ, ເປີດ​ຕົວ​ທະ​ນາ​ຄານ ADN ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ທີ່​ຍັງ​ບໍ່​ທັນ​ຢັ້ງ​ຢືນ​ໄດ້​ຂໍ້​ມູນ

(VOVWORLD) - ຕອນເຊົ້າວັນທີ 23 ກໍລະກົດ, ຢູ່ຮ່າໂນ້ຍ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໄດ້ສົມທົບກັບກະຊວງປ້ອງກັນປະເທດ, ກະຊວງຕຳຫຼວດ, ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຈັດກອງປະຊຸມສະແດງຄວາມຮູ້ບຸນຄຸນຕໍ່ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດປີ 2024 ຜ່ານມາ ແລະ ເປີດຕົວທະນາຄານ ADN ນັກຮົບເສຍສະຫຼະຊີວິດເພື່ອຊາດທີ່ຍັງບໍ່ທັນຢັ້ງຢືນໄດ້ຂໍ້ມູນ ແລະ ຍາດພີ່ນ້ອງ.
ສະ​ແດງ​ຄວາມ​ຮູ້​ບຸນ​ຄົນ​ຕໍ່​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ, ເປີດ​ຕົວ​ທະ​ນາ​ຄານ ADN ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ທີ່​ຍັງ​ບໍ່​ທັນ​ຢັ້ງ​ຢືນ​ໄດ້​ຂໍ້​ມູນ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ

 ເຫດການດັ່ງກ່າວມີການເຂົ້າຮ່ວມຂອງຜູ້ແທນກວ່າ 400 ທ່ານ ທີ່ເປັນທະຫານເສຍອົງຄະ, ທະຫານເຈັບປ່ວຍ, ຍາດພີ່ນ້ອງນັກຮົບເສຍສະຫຼະຊີວິດເພື່ອຊາດ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດຜູ້ດີເດັ່ນໃນທົ່ວປະເທດ ເຊິ່ງໄດ້ຈັດຂຶ້ນເນື່ອງໃນໂອກາດສະເຫຼີມສະຫຼອງ 77 ປີ ແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ (ວັນທີ 27 ກໍລະກົດ 1947 – 27 ກໍລະກົດ 2024).

ສະ​ແດງ​ຄວາມ​ຮູ້​ບຸນ​ຄົນ​ຕໍ່​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ, ເປີດ​ຕົວ​ທະ​ນາ​ຄານ ADN ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ທີ່​ຍັງ​ບໍ່​ທັນ​ຢັ້ງ​ຢືນ​ໄດ້​ຂໍ້​ມູນ - ảnh 2ພິທີ ເປີດຕົວທະນາຄານ ADN ນັກຮົບເສຍສະຫຼະຊີວິດເພື່ອຊາດທີ່ຍັງບໍ່ທັນຢັ້ງຢືນໄດ້ຂໍ້ມູນ ແລະ ຍາດພີ່ນ້ອງ.

        ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມດ້ວຍຜູ້ຕາງໜ້າການນຳບັນດາກະຊວງ, ຂະແໜງການ ແລະ ຍາດພີ່ນ້ອງນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ພ້ອມກັນກົດປຸ້ມເລີ່ມເຄື່ອນໄຫວທະນາຄານ ADN ນັກຮົບເສຍສະຫຼະຊີວິດເພື່ອຊາດທີ່ຍັງບໍ່ທັນຢັ້ງຢືນໄດ້ຂໍ້ມູນ ແລະ ຍາດພີ່ນ້ອງຢ່າງເປັນທາງການ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ: ເປົ້າໝາຍຮອດປີ 2030 ຢັ້ງຢືນໄດ້ຂໍ້ມູນຂອງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດປະມານ 20.000 ຊຸດ. ທ່ານກ່າວວ່າ:

        “ພວກເຮົາຕ້ອງໝູນໃຊ້ວິທະຍາສາດເຕັກໂນໂລຢີເພື່ອຊຸກຍູ້ວຽກງານຢັ້ງຢືນຂໍ້ມູນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຢ່າງແຮງກວ່າອີກ. ການນຳພັກ, ລັດ ຫວຽດນາມ ຍາມໃດກໍມີຄວາມເອົາໃຈໃສ່ເປັນພິເສດເຖິງບັນຫານີ້, ເຮັດແນວໃດເພື່ອສ້າງເງື່ອນໄຂ, ອຳນວຍຄວາມສະດວກທີ່ສຸດເພື່ອປະຕິບັດວຽກງານດັ່ງກ່າວ ເພື່ອເປັນການສະແດງຄວາມຮູ້ບຸນຄຸນຂອງຄົນລຸ້ນຫຼັງທີ່ມີຕໍ່ຄົນລຸ້ນກ່ອນ”.

        ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມອບຂອງຂວັນ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດາຜູ້ແທນທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ, ແມ່ ຫວຽດນາມ ວິລະຊົນ, ນັກປະຕິບັດຜູ້ອາວຸໂສ…


ຕອບກັບ

ຂ່າວ/ບົດ​ອື່ນ