ສ້າງລະບອບລະບຽບການດ້ານກົດໝາຍໃຫ້ສົມບູນແບບແມ່ນໜ້າທີ່ຈຸດສຸມຂອງລັດຖະບານ

(VOVWORLD) -ຕອນບ່າຍວັນທີ 03 ພຶດສະພາ, ຢູ່ຮ່າໂນ້ຍ, ສະຫຼຸບກອງປະຊຸມລັດຖະບານນັດສາມັນປະຈຳເດືອນເມສາ 2018

ສ້າງລະບອບລະບຽບການດ້ານກົດໝາຍໃຫ້ສົມບູນແບບແມ່ນໜ້າທີ່ຈຸດສຸມຂອງລັດຖະບານ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ

(ພາບ: TTXVN)

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຮຽກຮ້ອງໃຫ້ສະມາຊິກລັດຖະບານ, ບັນດາລັດຖະມົນຕີ, ຫົວໜ້າບັນດາຂະແໜງແຕ່ລະຄົນ ຍາມໃດກໍ່ຮັບຮູ້ຢ່າງຈະແຈ້ງໜ້າທີ່ທີ່ມີຕໍ່ພັກ, ຕໍ່ລັດຖະບານ ແລະ ປະຊາຊົນ, ປ່ຽນໃໝ່, ສ້າງສັນ, ຕິດພັນກັບວຽກງານ, ຕິດພັນກັບສະພາບຕົວຈິງ ແລະ ປະຊາຊົນຢ່າງແທ້ຈິງ; ຕິດຕາມ, ຮັບມືຢ່າງທັນການຕໍ່ບັນດາບັນຫາໃໝ່… ເພື່ອສືບຕໍ່ນຳພາລະກິດປ່ຽນແປງໃໝ່ກ້າວຂຶ້ນ. ບັນດາຂັ້ນ, ຂະແໜງການ, ໂດຍສະເພາະແມ່ນບັນດາຜູ້ເປັນຫົວໜ້າ, ຕ້ອງຊາບຊຶມແຜນນະໂຍບາຍຂອງລັດຖະບານ ຊີ້ນຳແມ່ນ “ລະບຽບວິໄນ - ສັດຊື່ບໍລິສຸດ - ການກະທຳ - ມີຫົວຄິດປະດິດສ້າງ - ມີປະສິດທິຜົນ”; ເດັດດ່ຽວບໍ່ປະມາດໃນການບໍລິຫານ.

      ໃນກອງປະຊຸມຄັ້ງນີ້, ອີກຄັ້ງໜຶ່ງ, ທ່ານນາຍົກລັດຖະມົນຕີໄດ້ເນັ້ນໜັກຄືນວຽກງານ ສ້າງລະບອບລະບຽບການດ້ານກົດໝາຍໃຫ້ສຳເລັດ, ປະຕິຮູບການບໍລິຫານ, ປັບປຸງສະພາບແວດລ້ອມດ້ານເສດຖະກິດ ໄດ້ຮັບການກຳນົດສະເໝີຕົ້ນສະເໝີປາຍແມ່ນບຸລິມະສິດແຖວໜ້າໃນປີ 2018 ແລະ ໃນຊຸມປີຕໍ່ໆໄປຂອງລັດຖະບານ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ຕ້ອງຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ; ຄວບຄຸມໄພເງິນເຟີ້ໃຫ້ເປັນຢ່າງດີ.

      ໃນການລົງທຶນພາກລັດ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງຍູ້ແຮງລະດັບຄວາມຄືບໜ້າໃນການປະຕິບັດບັນດາໂຄງການ; ສະເໜີຕໍ່ສະພາແຫ່ງຊາດປັບປຸງກົດໝາຍວ່າດ້ວຍການລົງທຶນພາກລັດ ໂດຍໄວ; ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການຕ້ອງມີມາດຕະການຊຸກຍູ້ການສົ່ງອອກ…

ຕອບກັບ

ຂ່າວ/ບົດ​ອື່ນ