ສຳລັບTPP,ຫວຽດນາມແມ່ນຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງຂອງອົດສຕາລີ

ສຳລັບTPP,ຫວຽດນາມແມ່ນຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງຂອງອົດສຕາລີ - ảnh 1
(ພາບປະກອບ: VTV)

(vovworld) – ວັນ​ທີ 17/10, ສຳນັກ​ຂ່າວສານ​ອົດສຕາ​ລີ (AAP), ​ໃຫ​້ຂໍ້​ສັງ​ເກດ​ວ່າ, ພາຍຫຼັງ​ສັນຍາ​ຄູ່​ຮ່ວມື​ຂ້າມ​ປາ​ຊີ​ຟິກ (TPP) ມີ​ຜົນ​ສັກສິດ, ຫວຽດນາມ ຈະ​ກາຍ​ເປັນ​ຕະຫຼາດ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງ​ສຳລັບ​ອົດສຕາ​ລີ, ພິ​ເສດ​ແມ່ນ​ບັນດາ​ນັກ​ລົງທຶນ​ອົດ​ຕາ​ລີ​ ຢູ່ ຫວຽດນາມ ຈະ​ມີທ່າໄດ້ບຽບຫຼາຍ​ຢ່າງ. ສຳນັກ​ຂ່າວສານ APP ​ໄດ້​ຄັດ​ຄຳ​ເວົ້າ​ຂອງ​ບັນດາ​ນັກ​​ໄຈ້​ແຍກ ​ແລະ ນັກ​ການ​ທູດ​ໂດຍ​ຖື​ວ່າ, ບັນດາ​ການ​ພົວພັນ​ດ້ານ​ການຄ​​້າຂອງ​ອົດ​ສຕາ​ລີ ກັບ​ຫວຽດນາມ ຈະ​ພັດທະນາ​ກວ່າ​ອີກ, ພາຍຫຼັງ​ທີ່ TPP ມີ​ຜົນ​ສັກສິດ. ນັກ​ເສດຖະກິດ Sandeep Mahajan ສັງກັດ​ຫ້ອງການ​ທະນາຄານ​ໂລກ ປະຈຳ​ຮ່າ​ໂນ້ຍ ​ໄດ້​ຕີ​ລາຄາ​ວ່າ, TPP ​ໄດ້ສ້າງທ່າ​​ແຮງ​ຢ່າງ​ໃຫຍ່​ຫຼວງ​​ໃຫ້​ເສດຖະກິດ​ຫວຽດນາມ ​ແລະ ສາມາດ​ເຮັດ​ໃຫ​້ຫວຽດນາມ ບັນລຸ​ລະດັບ​ເຕີບ​​ໂຕ GDP 8% ​ໃນ​ປີ 2030. ທ່ານ​ອຸປະ​ທູດ​ຊົ່ວຄາວ​ຢູ່​ສະຖານທູດ​ອົດສຕາ​ລີ ປະຈຳ​ຫວຽດນາມ Layton Pike ກໍ​ຕີ​ລາຄາ​ວ່າ TPP ຈະ​ຊຸກ​ຍູ້​ການ​ພົວພັນ​ດ້ານ​ການ​ຄ້າ 2 ຝ່າຍ ​ແລະ TPP ຈະ​ສ້າງ​ສິດ​ສຳ​ພັດ​ຕະຫຼາດ​ໃຫຍ່​ກວ່າ​ໃຫ້​ບັນດາ​ນັກ​ລົງທຶນ​ອົດສຕາ​ລີ ​ເຂົ້າ​ໃນ​ຕະຫຼາດ​ສຶກສາ​ຫວຽດນາມ, ​ເຊິ່ງພວມ​ແມ່ນ​ຕະຫຼາດ​ທີ່​ໃຫຍ່ອັນ​ດັບ​ທີ 3 ຂອງ​ອົດສາ​ລີ.

ຂ່າວ/ບົດ​ອື່ນ