ສ.ເກົາຫຼີ, ຍີ່​ປ່​ຸນ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສັນ​ຕິ​ພາບ ແລະ ການສ້າງແຫຼມ​ເກົາຫຼີ​ປອດ​ນິວ​ເຄຼຍ

(VOVWORLD) -ໃນຖະແຫຼງການສື່ມວນຊົນສະບັບໜຶ່ງ, ກະຊວການຕ່າງປະເທດ ສ.ເກົາຫຼີໄດ້ເນັ້ນໜັກວ່າ: ສອງຝ່າຍໄດ້ປຶກສາຫາລືທັດສະນະກ່ຽວກັບບັນດາວິທີການຮ່ວມມືລະຫວ່າງ ສ.ເກົາຫຼີ ແລະ ຍີ່ປຸ່ນ, ແລະ ລະຫວ່າງ ສ.ເກົາຫຼີ, ອາເມລິກາ ແລະ ຍີ່ປຸ່ນ, ເພື່ອແນໃສ່ບັນລຸໄດ້ຄວາມຄືບໜ້າໃນຄວາມມານະພະຍາຍາມປອດນິວເຄຼຍຢ່າງສິນຊຶງ ແລະ ສ້າງສັນຕິພາບຍາວນານໃນແຫຼມເກົາຫຼີ. 
ສ.ເກົາຫຼີ, ຍີ່​ປ່​ຸນ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສັນ​ຕິ​ພາບ ແລະ ການສ້າງແຫຼມ​ເກົາຫຼີ​ປອດ​ນິວ​ເຄຼຍ - ảnh 1ານ Noh Kyu-duk ທູດພິເສດດ້ານນິວເຄຼຍແຖວໜ້າຂອງ ສ.ເກົາຫຼີ (ພາບ: Yonhap)

ວັນທີ 15 ກຸມພາ, ກະຊວງການຕ່າງປະເທດ ສ.ເກົາຫຼີໃຫ້ຮູ້ວ່າ ທ່ານ Noh Kyu-duk ທູດພິເສດດ້ານນິວເຄຼຍແຖວໜ້າຂອງປະເທດນີ້ ໄດ້ມີການເຈລະຈາທາງໂທລະສັບກັບທ່ານ Takehiro Funakoshi ຫົວໜ້າກົມບັນດາບັນຫາ ອາຊີ ແລະ ໂອເຊອານີ ຂຶ້ນກັບກະຊວງຕ່າງປະເທດຍີ່ປຸ່ນ ເພື່ອປຶກສາຫາລືກ່ຽວກັບວິທີການຮ່ວມມື ເພື່ອແນໃສ່ສ້າງແຫຼມເກົາຫຼີປອດນິດເຄຼຍຢ່າງສິ້ນເຊິ່ງ ແລະ ມີສັນຕິພາບຍາວນານ

ໃນຖະແຫຼງການສື່ມວນຊົນສະບັບໜຶ່ງ, ກະຊວງດັ່ງກ່າວໄດ້ເນັ້ນໜັກວ່າ: ສອງຝ່າຍໄດ້ປຶກສາຫາລືທັດສະນະກ່ຽວກັບບັນດາວິທີການຮ່ວມມືລະຫວ່າງ ສ.ເກົາຫຼີ ແລະ ຍີ່ປຸ່ນ, ແລະ ລະຫວ່າງ ສ.ເກົາຫຼີ, ອາເມລິກາ ແລະ ຍີ່ປຸ່ນ, ເພື່ອແນໃສ່ບັນລຸໄດ້ຄວາມຄືບໜ້າໃນຄວາມມານະພະຍາຍາມປອດນິວເຄຼຍຢ່າງສິນຊຶງ ແລະ ສ້າງສັນຕິພາບຍາວນານໃນແຫຼມເກົາຫຼີ. ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ຕິດຕໍ່ພົວພັນ ແລະ ຮ່ວມມືກ່ຽວກັບນິວເຄຼຍຂອງສປປ.ເກົາລີ ແລະ ບັນດາບັນຫາຕ່າງໆໃນອະນາຄົດຢ່າງແໜ້ນແຟ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ