ສເກົາຫຼີ ແລະ ຫວຽດນາມ ລົງນາມໃນບົດບັນທຶກຊ່ວຍຈຳ ກ່ຽວກັບການຮ່ວມມືດ້ານວິທະຍາສາດ

ສເກົາຫຼີ ແລະ ຫວຽດນາມ ລົງນາມໃນບົດບັນທຶກຊ່ວຍຈຳ ກ່ຽວກັບການຮ່ວມມືດ້ານວິທະຍາສາດ  - ảnh 1

(ພາບ:vietnamplus.vn)

(VOV)- ວັນ​ທີ 29/10, ​​ຢູ່ເຊ​ີອູ​ນ, ທ່ານ Lee Ju Ho ລັດຖະມົນຕີ​ວ່າການ​ກະຊວງ​ສຶກສາ, ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີສ​ເກົາຫຼີ ​ແລະ ທ່ານ Nguyen Quan ລັດຖະມົນຕີ​ວ່າການ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີຫວຽດນາມ ​ໄດ້ລົງ​ນາມ​ໃນ​ບົນ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານລັດຖະມົນຕີ Lee Ju Ho ຫວັງ​ວ່າ, ສະ​ຖາ​ບັນ​ຄົ້ນຄ້ວາວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີຫວຽດນາມ ຈະ​ປະກອບສ່ວນ​​ເຂົ້າ​ໃນ​ການ​ເຕີບ​ໂຕ​ພື້ນຖານ​ເສດຖະກິດຂອງ​ຫວຽດນາມ ​ໃນ​ອະນາຄົດ ​ແລະ ​ເປັນ​ພື້ນຖານ​ໃນ​ການ​ພົວພັນ​ຄູ່​ຮ່ວມ​ມື​ ການ​ຮ່ວມ​ມືມິດຕະພາບ​ດ້ານວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີລະຫວ່າງ​ຫວຽດນາມ ​ແລະ ສ​ເກົາຫຼີ. ສ່ວນ​ທ່ານທ່ານລັດຖະມົນຕີ​ Nguyen Quan ກໍ່​ໄດ້​ຊີ້​ແຈ້ງວ່າ: ຫວຽດນາມ ປາດ​ຖະໜາ​ຢາກ​ຮ່ຳຮຽນ​​ເອົາ​ບົດຮຽນ​ຈາກ​ສ​ເກົາຫຼີ ​ໃນ​ການ​ສ້າງ​ພື້ນຖານວິທະຍາສາດ​ເຕັກ​ໂນ​ໂລ​ຊີກໍ່​ຄື​ການ​ພັດທະນາ​ປະ​ເທດ​ຊາດ ​ແລະ ຖື​ເຕັກ​ໂນ​ໂລ​ຊີ​ແມ່ນມາດ​ຕະການ​ບຸກທະລຸ. ທ່ານລັດຖະມົນຕີ​ Nguyen Quan ​ເນັ້ນໜັກ​ວ່າ: ຫວຽດນາມ ປາດ​ຖະໜາ​ວ່າ​ຝ່າຍ​ສ​ເກົາຫຼີ ຈະ​ໜູນ​ຊ່ວຍ​ສ້າງ​ບັນດາ​ກົນ​ໄກ​ນະ​ໂຍບາຍ​ກ່ຽວ​ກັບວິທະຍາສາດເຕັກ​ໂນ​ໂລ​ຊີ, ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ໃຫ້​ແກ່​ຂະ​ແໜງວິທະຍາສາດ ​ເຕັກ​ໂນ​ໂລ​ຊີກໍ່​ຄື​ສ້າງບັນດາ​ໂຄງການ​ຄົ້ນຄ້ວາ​ລວມລະຫວ່າງ​ສອງ​ປະ​ເທດ.

ຂ່າວ/ບົດ​ອື່ນ