ສເກົາຫລີແລະອາເມລິກາ ເລີ່ມຕົ້ນການຊ້ອມຮົບຮ່ວມປະຈຳປີ

 ສເກົາຫລີແລະອາເມລິກາ ເລີ່ມຕົ້ນການຊ້ອມຮົບຮ່ວມປະຈຳປີ - ảnh 1
ພາບປະກອບ:internet


(vovworld)- ວັນ​ທີ 19/8 ສ​ເກົາຫລີ ​ແລະ ອາ​ເມ​ລິ​ກາ ​ເລີ່​ມຕົ້ນ​ການ​ຊ້ອມຮົບ​ຮ່ວມ​ປະຈຳ​ປີ. ກອງ​ບັນຊາ​ການ​ບັນດາ​ກຳລັງ​ສົມທົບ​ໃຫ້​ຮູ້​ວ່າ: ການ​ຊ້ອມ​ຮົບ​ດັ່ງກ່າວ​ມີ​ການ​ຫນູນ​ຊ່ວຍ​ຈາກ​ຄອມ​ພິວ​ເຕີ ຄາດ​ວ່າ​ຈະ​ແກ່ຍາວ​ໃນ​ເວລາ 12 ວັນ, ລະດົມ​ທະຫານ ​ສ​ເກົາຫລີ ປະມານ 50.000 ຄົນ ​ແລະ ທະຫານ​ອາ​ເມ​ລິ​ກາ ປະມານ 30.000 ຄົນ.  ຕາມ​ກອງ​ບັນຊາ​ການ​ດັ່ງກ່າວ​ແລ້ວ, ການ​ຊ້ອມ​ຮົບ​ເພື່ອ​ກວດກາ​ຄວາມ​ສາມາດ​ຂອງ​ບັນດາ​ກຳລັງ​ເພື່ອ​ຮັບປະກັນ​ຄວາ​ມໝັ້ນຄົງ​ຢູ່​ໃນ​ແຫລມ​ເກົາຫລີ ​ແລະ ຮັກສາຄວາມ​ສາມາດປ້ອງ​ກັນ​ຮ່ວມ​ລະຫວ່າງ​ສອງ​ປະ​ເທດ​ພັນທະ​ມິດ​ດັ່ງກ່າວ.

ຂ່າວ/ບົດ​ອື່ນ