ຫົວຫນ້າຄະນະພົວພັນຕ່າງປະເທດຫວຽດນາມຕ້ອນຮັບລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດອາເມລິກາ

ຫົວຫນ້າຄະນະພົວພັນຕ່າງປະເທດຫວຽດນາມຕ້ອນຮັບລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດອາເມລິກາ - ảnh 1
ທ່ານ ຮ່​ວາງ​ບີງກວນ ຫົວ​ຫນ້າ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ
ຕ້ອນ​ຮັບ​ທ່ານ Antony Blinken, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ
ພາບ:TTXVN

(vovworld)-​ ຕອນ​ບ່າ​ຍ​ວັນ​ທີ 18/5, ​​​ທີ່​ການ​ຕ້ອນ​ຮັບ​ທ່ານ Antony Blinken, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ, ທ່ານ ຮ່​ວາງ​ບີງກວນ ຫົວ​ຫນ້າ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ ໄດ້ແບ່ງ​ປັນ​ວ່າ: ການ​ຕີ​ລາ​ຄາ​ຂອງ​ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ກ່ຽວ​ກັບ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ໃນ​ຫລາຍ​ຂົງ​ເຂດ​ໃນ 20 ປີ​ຜ່ານ​ມາ ແລະ ຖື​ວ່າ: ບັນ​ດາ​ຜົນ​ງານ​ແຫ່ງ​ການ​ພົວ​ພັນ​ນັ້ນ ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງ​ແຕ່​ລະ​ປະ​ເທດ ແລະ ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ແທດ​ຈິງ​ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ປະ​ເທດ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ໃນ​ພາກ​ພື້ນ ແລະ ໂລກ. ທ່ານ ຮ່​ວາງ​ບີງກວນ​ເນັ້ນ​ຫນັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ສືບ​ຕໍ່​ເຮັດ​ໃຫ້​ບັນ​ດາ​ເນື້ອ​ໃນ​ຂອງ​ຖະ​ແຫລງ​ການ​ຮ່ວມ​ຂັ້ນ​ສູງ​ເດືອນ 7/2013 ໃຫ້​ເລິກ​ເຊິ່ງ​, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ, ຊຸກ​ຍູ​້​ການ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ບັນ​ດາ​ຂົງ​ເຂດ​ຊື່ງ​ສອງ​ຝ່າຍ​ມີ​ຄວາມ​ຕ້ອງ​ການ ແລະ  ມີ​ທ່າ​ແຮງ. ສອງ​ຝ່າຍ​ແລກ​ປ່ຽນ​ບັນ​ດາ​ບັນ​ຫາ​ພາກ​ພື້ນ ແລະ ສາ​ກົນ ຊື່ງ​ຕ່າງ​ຝ່າຍ​ຕ​່າງ​ມີ​ຄວາມ​ສົນ​ໃຈ.

ຂ່າວ/ບົດ​ອື່ນ