ຫວຽດນາມ - ກຸຍບາ ປາດຖະໜາຢາກເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ
ພົນໂທ ຫງວຽນຊວນຫຼີກ ພົບປະກັບທ່ານ Jose Ramon Machado Ventura
(ພາບ: vietnamplus.vn)
(vovworld) - ຕອນບ່າຍວັນທີ 24 ຕຸລາ, ຢູ່ຫ້ອງວ່າການສູນກາງພັກກອມມູນິດກຸຍບາ, ທ່ານພົນໂທ ຫງວຽນຊວນຫຼີກ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ ໄດ້ມີການເຮັດວຽກກັບທ່ານ Jose Ramon Machado Ventura, ເລຂາທີສອງ ຄະນະຊີ້ນຳສູນກາງພັກກອມມູນິດ, ຮອງປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີກຸຍບາ. ພົນໂທ ຫງວຽນຊວນຫຼີກ ຢືນຢັນວ່າ ການຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ ແລະ ກຸຍບາ ໃນໄລຍະຜ່ານມາ ໄດ້ນຳມາເຊິ່ງຜົນປະໂຫຍດອັນແທດຈິງ, ປະກອບສ່ວນເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດສັງຄົມນິຍົມຢູ່ແຕ່ລະປະເທດ. ພົນໂທ ຫງວຽນຊວນຫຼີກ ເນັ້ນໜັກວ່າ, ການພົວພັນຮ່ວມມືກັບກຸຍບາ ແມ່ນໜຶ່ງໃນບັນດານະໂຍບາຍບຸລິມະສິດຂອງຫວຽດນາມ ເພື່ອແນໃສ່ຮັດແໜ້ນສາຍພົວພັນທີ່ເປັນມູນເຊື້ອ, ສັດຊື່ບໍລິສຸດ, ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດຍິ່ງກວ່າອີກ. ພົນໂທ ຫງວຽນຊວນຫຼີກ ປາດຖະໜາວ່າ ການນຳ ພັກ, ລັດ ແລະ ລັດຖະບານກຸຍບາ ສືບຕໍ່ສ້າງເງື່ອນໄຂສະດວກເພື່ອໃຫ້ການພົວພັນດ້ານປ້ອງກັນຊາດລະຫວ່າງ 2 ປະເທດໃຫ້ນັບມື້ນັບພັດທະນາ.
ສ່ວນທ່ານ Machado Ventura, ເນັ້ນໜັກວ່າ, ກຸຍບາ ຈະສະໜັບສະໜູນ ແລະ ສ້າງເງື່ອນໄຂສະດວກເພື່ອໃຫ້ກອງທັບ 2 ປະເທດຮ່ວມມືຢ່າງມີປະສິດທິຜົນ, ເຮັດສຳເລັດໜ້າທີ່ເຊິ່ງພັກ ແລະ ປະຊາຊົນມອບໝາຍໃຫ້.