ຫວຽດ​ນາມ ກະ​ກຽມ​ເປັນ​ຢ່າງ​ດີ​ເພື່ອ​ຮັບ​ຄະ​ນະ​ກວດ​ກາ​ຂອງ EU ໃນ​ຂົງ​ເຂດ​ປູກ​ລ້ຽງ​ສິນ​ໃນ​ນ້ຳ

(VOVWORLD) - ຄະນະກວດກາຂອງສະຫະພາບເອີລົບ (EU) ຈະມາຫວຽດນາມ ໃນລະຫວ່າງວັນທີ 24 ກັນຍາ ຫາວັນທີ 17 ຕຸລາ ເພື່ອກວດກາໃນຂົງເຂດປູກລ້ຽງສິນໃນນ້ຳ. 
ຫວຽດ​ນາມ ກະ​ກຽມ​ເປັນ​ຢ່າງ​ດີ​ເພື່ອ​ຮັບ​ຄະ​ນະ​ກວດ​ກາ​ຂອງ EU ໃນ​ຂົງ​ເຂດ​ປູກ​ລ້ຽງ​ສິນ​ໃນ​ນ້ຳ - ảnh 1(ພາບປະກອບ: VOV)

ຄາດວ່າ, ຄະນະກວດກາຂອງ EU ໃນຂົງເຂດປູກລ້ຽງສິນໃນນ້ຳຈະມາກວດກາ ເພື່ອຕີລາຄາການເຄື່ອນໄຫວຂອງໂຄງການຄວບຄຸມຈຳນວນທາດເຄມີ ຂອງຫວຽດນາມ ສຳລັບບັນດາຜະລິດຕະພັນໄດ້ຮັບການອະນຸຍາດສົ່ງອອກໄປຍັງ EU, ລະອຽດແມ່ນ ສິນໃນນ້ຳລ້ຽງ ແລະ ນ້ຳເຜິ້ງ. ພ້ອມທັງ, ປະເມີນຄວາມເຊື່ອໝັ້ນກ່ຽວກັບການຮັບປະກັນການລ້ຽງສິນໃນນ້ຳຢູ່ຫວຽດນາມ ບໍ່ມີຈຳນວນທາດເຄມີເກີນຂໍ້ກຳນົດຂອງ EU. ທ່ານນາງ ຫງວຽນທິບັງເຕິມ, ຫົວໜ້າກົມສິນໃນນ້ຳ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດໃຫ້ຮູ້ວ່າ:

ເຖິງວ່າມີການກວດກາ ຫຼືບໍ່ ພວກເຮົາຍັງຕ້ອງປະຕິບັດວຽກງານຂອງຕົນໃຫ້ເປັນຢ່າງດີ. ນັບແຕ່ຂັ້ນຕອນຜະລິດຢູ່ຟາມຈົນຮອດ ຄາບເຂົ້າ, ຂັ້ນຕອນປູກລ້ຽງ, ເກັບກ່ຽວ, ຂົນສົ່ງ, ປຸງແຕ່ງ ແລະ ຊົມໃຊ້. ສຳລັບຂັ້ນຕອນລ້ຽງຕອງມີການກວດກາແນວພັນ, ແຫຼ່ງນ້ຳ, ປັດໄຈກໍ່ມົນລະຜິດ ແລະ ຢາຕ້ານເຊື້ອ ທັງສອງອົງການຈະພ້ອມກັນເຂົ້າຮ່ວມການຄວບຄຸມ.

ຕອບກັບ

ຂ່າວ/ບົດ​ອື່ນ