ຫວຽດ​ນາມ ຈັດ​ຕັ້ງບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງວັນ​ແມ່​ຍິງ​ສາ​ກົນ ຄື​ວັນ​ທີ 8 ມີ​ນາ

(VOVWORLD) -ເພື່ອເປັນການສະເຫຼີມສະຫຼອງ ວັນແມ່ຍິງສາກົນຄືວັນທີ 8 ມີນາ, ຕອນເຊົ້າວັນທີ 8 ມີນາ, ຢູ່ສຳນັກງານກະຊວງປ້ອງກັນປະເທດ, ຄະນະແມ່ຍິງກອງທັບ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 30 ປີແຫ່ງວັນມູນເຊື້ອຂອງແມ່ຍິງກອງທັບ, ຄະນະແມ່ຍິງກອງທັບ, ແລະ ຕ້ອນຮັບຫຼຽນໄຊປົກປັກຮັກສາປະເທດຊາດຊັ້ນສອງ.
 ຫວຽດ​ນາມ ຈັດ​ຕັ້ງບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງວັນ​ແມ່​ຍິງ​ສາ​ກົນ ຄື​ວັນ​ທີ 8 ມີ​ນາ - ảnh 1ທ່ານນາງພັນເອກ ຝຸ່ງທິຝຸ ກ່າວຄຳເຫັນທີ່ພິທີ (ພາບ: VOV)

ກ່າວຄຳເຫັນທີ່ພິທີ, ທ່ານນາງພັນເອກ ຝຸ່ງທິຝຸ, ຫົວໜ້າຄະນະແມ່ຍິງກອງທັບ, ເນັ້ນໜັກວ່າ ໃນໄລຍະແຫ່ງການກໍ່ສ້າງ, ປົກປັກຮັກສາປະເທດຊາດ ແລະ ພາລະກິດແຫ່ງການປ່ຽນແປງໃໝ່ຄືໃນປັດຈຸບັນ, ກຳລັງແມ່ຍິງໃນກອງທັບຍາມໃດກໍ່ໄດ້ຮັບການປັບປຸງ ແລະ ພັດທະນາ. ທ່ານນາງພັນເອກ ຝຸ່ງທິຝຸ ແບ່ງປັນວ່າ:

ໃນໄລຍະແຫ່ງການປ່ຽນແປງໃໝ່, ແມ່ຍິງກອງທັບເຂົ້າຮ່ວມປະຕິບັດໜ້າທີ່ການທະຫານປ້ອງກັນຊາດເກືອບທັງໝົດ, ໃນນັ້ນມີຫຼາຍຂົງເຂດວຽກງານທີ່ມີລັກສະນະພິເສດສູງ. ມີນົກຮົບຍິງຫຼາຍຄົນໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນການນຳ ແລະ ມີນາຍທະຫານຍິງ 6 ຄົນຖືກເລື່ອນຊັ້ນນາຍພົນ.

ແລະກໍ່ໃນໂອກາດສະເຫຼີມສະຫຼອງ ວັນແມ່ຍິງສາກົນ ແລະ ຕອບສະໜອງສັບປະດາເສື້ອຍາວ ຫວຽດນາມ ໂດຍສະຫະພັນແມ່ຍິງ ຫວຽດນາມ ປຸກລະດົມ, ໃນຊຸມວັນຜ່ານມາ, ຢູ່ຫຼາຍບ່ອນໃນທົ່ວປະເທດ ໄດ້ປະກົດມີຮູບພາບແມ່ຍິງນຸ່ງຊຸດເສື້ອຍາວທີ່ສວຍງາມ, ມີສະເໜີ່ ແນໃສ່ຍ້ອງຍໍສັນລະເສີນຄວາມງາມທີ່ເປັນຫຼາຍຮູບຫຼາຍສີຂອງຊຸດເສື້ອຍາວ ຫວຽດນາມຊີວິດປະຈຳວັນ.

ຕອບກັບ

ຂ່າວ/ບົດ​ອື່ນ