ຫວຽດນາມ ຕີລາຄາສູງບົດບາດຂອງ UNDP ໃນການຮ່ວມມືເພື່ອການພັດທະນາແບບນຍືນຍົງ

(VOVWORLD) - ຫວຽດນາມ ສະໜັບສະໜູນບັນດາບຸລິມະສິດຂອງແຜນການຍຸດທະສາດ UNDP ໄລຍະ 2026 – 2029
ຫວຽດນາມ ຕີລາຄາສູງບົດບາດຂອງ UNDP ໃນການຮ່ວມມືເພື່ອການພັດທະນາແບບນຍືນຍົງ - ảnh 1(ທ່ານເອກອັກຄະລັດຖະທູດ ໂດ້ຮຸ່ງຫວຽດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ)

        ທ່ານ Alexander de Croo, ຜູ້ອຳນວຍການໂຄງການພັດທະນາສະຫະປະຊາຊາດ (UNDP) ໄດ້ມີວາລະສົນທະນາກະທົບຕອບກັບບັນດາປະເທດສະມາຊິກ, ໃນນັ້ນມີ ຫວຽດນາມ, ເຊິ່ງໄດ້ຈັດຂຶ້ນໃນວັນທີ 03 ກຸມພາ, ຢູ່ສຳນັກງານສະຫະປະຊາຊາດ, ທີ່ ນິວຢອກ, ປະເທດ ອາເມລິກາ.

        ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ວາລະສົນທະນາ, ທ່ານເອກອັກຄະລັດຖະທູດ ໂດ້ຮຸ່ງຫວຽດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ, ໄດ້ຕີລາຄາສູງບົດບາດ ແລະ ບັນດາການປະກອບສ່ວນຢ່າງແທດຈິງຂອງ UNDP ໃນພື້ນທີ່ຕົວຈິງ. ທ່ານຢືນຢັນວ່າ ຫວຽດນາມ ສະໜັບສະໜູນບັນດາບຸລິມະສິດຂອງແຜນການຍຸດທະສາດ UNDP ໄລຍະ 2026 – 2029; ພ້ອມກັນນັ້ນ, ທ່ານກໍ່ສະເໜີໃຫ້ UNDP ສືບຕໍ່ເພີ່ມທະວີການໜູນຊ່ວຍ ຫວຽດນາມ ໃນການຜັນຂະຫຍາຍຄູ່ຮ່ວມມືຫັນປ່ຽນພະລັງງານຢ່າງຍຸຕິທຳ (JETP), ຊຸກຍູ້ວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນດີຈີຕອນ ແລະ ການນຳໃຊ້ປັນຍາປະດິດ ຄືດັ່ງບັນດາກຳລັງໜູນສຳຄັນໃຫ້ແກ່ການພັດທະນາແບບຍືນຍົງ.

        ກ່ຽວກັບການປະຕິຮູບລະບົບສະຫະປະຊາຊາດ, ທ່ານ ໂດ້ຮຸ່ງຫວຽດ ຮຽກຮ້ອງໃຫ້ UNDP ສືບຕໍ່ເສີມຂະຫຍາຍບົດບາດນຳພາໃນການເພີ່ມທະວີລັກສະນະສະໜິດຕິດພັນ ແລະ ສົມທົບກັນຂອງທົ່ວລະບົບ, ບົນພື້ນຖານບັນດາບົດຮຽນໃນພຶດຕິກຳຕົວຈິງຈາກຂໍ້ລິເລີ່ມ “ເປັນເອກະພາບການກະທຳ” ທີ່ໄດ້ຜັນຂະຫຍາຍຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ