ຫວຽດນາມ ສືບຕໍ່ປັບປຸງກໍາລັງແກ້ງແຍ້ງຢ່າງແຮງ

(VOVWORLD) - ຕາມການຕີລາຄາຫຼ້າສຸດຂອງເວທີປາໄສເສດຖະກິດໂລກ, ດັດຊະນີກໍາລັງຄວາມສາມາດແກ້ງແຍ້ງທົ່ວໂລກ (GCI) ຂອງຫວຽດນາມ ໄດ້ເພີ່ມຂຶ້ນ 10 ຂັ້ນ ແລະ 3,5 ຄະແນນ ໃນໄລຍະ 01 ປີຜ່ານມາ.

  ທ່ານນັກຊ່ຽວຊານເສດຖະກິດ, ປະລິນຍາເອກ ເລດັງແຢວງ ຖືວ່າ ບັນລຸໄດ້ໝາກຜົນນີ້ ແມ່ນຕ້ອງເວົ້າເຖິງຄວາມມານະພະຍາຍາມທີ່ບໍ່ຮູ້ອິດຮູ້ເມື່ອຍຂອງລັດຖະບານ ແລະ ໃນນາມສ່ວນຕົວຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໃນການປະຕິຮູບລະບອບລະບຽບການ.

        “ຫວຽດນາມ ບັນລຸໄດ້ໝາກຜົນການເຕີບໂຕຢ່າງແຮງນັ້ນ ແມ່ນໝາກຜົນຂອງຂະບວນວິວັດແຫ່ງການປະຕິຮູບໃນຫຼາຍດ້ານ ແລະ ບັນດາດັດຊະນີທັງໝົດລ້ວນແຕ່ມີບາດກ້າວເຕີບໂຕຫຼາຍພໍສົມຄວນ. ຕົວຢ່າງຄື ດັດຊະນີກ່ຽວກັບການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ ໄດ້ມີການເຕີບໂຕແຮງທີ່ສຸດ ຫຼືບັນດາດັດຊະນີອື່ນໆຄືຕະຫຼາດສິນຄ້າ... ກໍໄດ້ຮັບການຕີລາຄາສູງ. ພວກເຮົາເຄົາລົບ ແລະ ຕີລາຄາສູງຕໍ່ຄວາມມານະພະຍາຍາມຂອງລັດຖະບານ, ພິເສດແມ່ນທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ທີ່ໄດ້ມານະພະຍາຍາມ ເພື່ອຫຼຸດຜ່ອນຂັ້ນຕອນການລົງທະບຽນດໍາເນີນທຸລະກິດ”.

        ເຖິງຢ່າງໃດກໍຕາມ, ທ່ານປະລິນຍາເອກ ເລດັງແຢວງ ຖືວ່າ ຫວຽດນາມ ຄວນມີຄວາມກ້າຫານກວ່າໃນການປັບປຸງບັນດາດັດຊະນີພາກສ່່ວນຕ່າງໆ ເພື່ອຕອບສະໜອງໄດ້ຕາມບັນດາມາດຕະຖານຂອງພື້ນຖານເສດຖະກິດການຕະຫຼາດ ກໍຄື ໜູນຊ່ວຍວິສາຫະກິດໄດ້ດີກວ່າເກົ່າ, ພ້ອມທັງຕ້ອງສືບຕໍ່ປະຕິຮູບລະບອບລະບຽບການຢ່າງແຮງ, ຮັບປະກັນຄວາມເປີດເຜີຍ ແລະ ກະຈ່າງແຈ້ງຕື່ມອີກ.


ຕອບກັບ

ຂ່າວ/ບົດ​ອື່ນ