ຫວຽດ​ນາມ​ ຮ່ວມ​ແຮງ​ຮ່ວ​ມ​ໃຈ​ພ້ອມ​ກັບ​ບັນ​ດາ​ສະ​ມາ​ຊິກ​ຄະ​ນະ​ກຳ​ມະ​ການ​ມໍ​ລະ​ດົກ​ໂລກ ຊຸກ​ຍູ້​ການ​ຮ່ວມ​ມື​ອະ​ນ​ຸ​ລັກ​ຮັກ​ສາ​ ແລະ ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ມໍ​ລະ​ດົກ

(VOVWORLD) - ວັນທີ 22 ກໍລະກົດ ຕາມເວລາທ້ອງຖິ່ນ, ຢູ່ຫໍປະຊຸມ Bharat Mandapam ຢູ່ນະຄອນຫຼວງ New Delhi, ອິນເດຍ ໄດ້ຈັດພິທີໄຂວາລະປະຊຸມຄົບຄະນະ ກອງປະຊຸມເທື່ອທີ 46 ຄະນະກຳມະການມໍລະດົກໂລກ ດ້ວຍການເຂົ້າຮ່ວມຂອງຜູ້ແທນກວ່າ 2.000 ທ່ານທີ່ມາຈາກກວ່າ 150 ປະເທດໃນໂລກ.
ຫວຽດ​ນາມ​ ຮ່ວມ​ແຮງ​ຮ່ວ​ມ​ໃຈ​ພ້ອມ​ກັບ​ບັນ​ດາ​ສະ​ມາ​ຊິກ​ຄະ​ນະ​ກຳ​ມະ​ການ​ມໍ​ລະ​ດົກ​ໂລກ ຊຸກ​ຍູ້​ການ​ຮ່ວມ​ມື​ອະ​ນ​ຸ​ລັກ​ຮັກ​ສາ​ ແລະ ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ມໍ​ລະ​ດົກ - ảnh 1ຄະນະຜູ້ແທນ ຫວຽດນາມ ເຮັດວຽກກັບຜູ້ອຳນວຍການສູນມໍລະດົກໂລກ (ພາບ:baoquocte.vn)

ກ່າວຄຳເຫັນໃນວາລະໄຂ, ທ່ານ ຮ່າກິມງອກ ປະທານຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ໃຫ້ຮູ້ວ່າ ກອງປະຊຸມມີຄວາມສຳຄັນນີ້, ຫວຽດນາມ ຢາກເນັ້ນໜັກເຖິງບັນດາແນວຄວາມຄິດທີ່ຍິ່ງໃຫຍ່ ແລະ ເລິກເຊິ່ງຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່ຽວກັບບົດບາດຂອງວັດທະນະທຳ ແມ່ນພື້ນຖານດ້ານຈິດໃຈຂອງສັງຄົມ, ທັງແມ່ນເປົ້າໝາຍ, ທັງເປັນກຳລັງແຮງພາຍໃນ, ກຳລັງໜູນສຳຄັນເພື່ອພັດທະນາປະເທດຊາດ.

        ຕາງໜ້າໃຫ້ຜູ້ແທນກວ່າ 2.000 ທ່ານ, ທ່ານ Vishal V.Sharma ປະທານຄະນະກຳມະການມໍລະດົກໂລກ ໄດ້ຕີລາຄາສູງສານທີ່ມີຄວາມໝາຍຂອງປະທານຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ແລະ ສົ່ງຄຳແບ່ງປັນຄວາມເສົ້າສະຫຼົດໃຈຢ່າງສຸດຊື້ງຕໍ່ການນຳ, ປະຊາຊົນ ຫວຽດນາມ ແລະ ຄອບຄົວທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕໍ່ການສູນເສຍຢ່າງໃຫຍ່ຫຼວງນີ້.


ຕອບກັບ

ຂ່າວ/ບົດ​ອື່ນ