ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ-​ຊາຍ

(VOVWORLD) -  ວັນທີ 3 ເມສາ, ໃນຂອບເຂດກອງປະຊຸມຊຸດທີ 55 ຂອງສະພາສິດທິມະນຸດ ສປຊ, ທ່ານເອກອັກຄະລັດຖະທູດ ມາຍຟານຢຸງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ອົງການການຄ້າສາກົນ (WTO) ແລະ ບັນດາອົງການຈັດຕັ້ງສາກົນອື່ນໆຢູ່ ເຊີແນວ, ສະວິດ ໄດ້ມີບົດກ່າວປາໄສລວມ ຕາງໜ້າໃຫ້ກຸ່ມບັນດາປະເທດລະຫວ່າງພາກພື້ນ ດ້ວຍເນື້ອໃນ ຮຽກຮ້ອງຍູ້ໄວການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs) ເພື່ອຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ, ດ້ວຍບັນດາຂໍ້ສະເໜີແນະກ່ຽວກັບການກຳນົດທິດລະອຽດ. 
ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ-​ຊາຍ - ảnh 1ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ (ພາບ: TTXVN)

ທ່ານເອກອັກຄະລັດຖະທູດ ຟານມາຍຢຸງ ໄດ້ເນັ້ນໜັກເຖິງລັກສະນະຄວາມຈຳເປັນທີ່ຕ້ອງຍູ້ໄວຄວາມຄືບໜ້າ ມຸ່ງໄປເຖິງການບັນລຸໄດ້ຄວາມສະເໝີພາບລະຫວ່າງຍິງ - ຊາຍໃນປີ 2030 ແລະ ຫວຽດນາມ ຢັ້ງຢືນທັດສະນະລວມ ນັ້ນແມ່ນ ຕ້ອງເຊີດຊູຄວາມສຳຄັນຂອງການປະຕິບັດບັນດາເປົ້າໝາຍ SDGs ເພື່ອບັນລຸໄດ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ, ກໍຄືຄວາມຈຳເປັນຂອງການປະຕິບັດຄວາມສະເໝີພາບລະຫວ່າງຍິງ-ຊາຍ ໃຫ້ປະກົດຜົນເປັນຈິງ ແນໃສ່ບັນລຸໄດ້ບັນດາເປົ້າໝາຍ SDGs. ຫວຽດນາມ ແລະ ກຸ່ມບັນດາປະເທດລະຫວ່າງພາກພື້ນ ກໍໄດ້ສະເໜີບາງການກຳນົດທິດ, ເຊັ່ນ: ໃຫ້ບຸລິມະສິດໃນການຍູ້ແຮງການເຂົ້າຮ່ວມຂອງແມ່ຍິງ ແລະ ເດັກຍິງຢ່າງຄົບຖ້ວນ, ມີປະສິດທິຜົນ ແລະ ມີຄວາມໝາຍ ແລະ ຮັບຮູ້ການມີສ່ວນຮ່ວມຂອງເຂົາເຈົ້າໃນກົນໄກຕັດສິນທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ ແລະ ສັງຄົມ; ຊຸກຍູ້ການເຂົ້າຮ່ວມຢ່າງມີຄວາມສະເໝີພາບລະຫວ່າງຍິງ - ຊາຍ, ຄົບຖ້ວນ, ເພີ່ມທະວີບົດບາດຂອງແມ່ຍິງ ແລະ ເດັກຍິງໃນທຸກວິວັດທະນາການສ້າງສັນຕິພາບ ແລະ ຄວາມໝັ້ນຄົງ, ຮັບປະກັນສະຖຽນລະພາບ ແລະ ການພັດທະນາແບບຍືນຍົງຢູ່ລະດັບຊາດ, ພາກພື້ນ ແລະ ສາກົນ.


ຕອບກັບ

ຂ່າວ/ບົດ​ອື່ນ