ຫວຽດນາມ ແມ່ນຈຸດສຸມ ຍຸດທະສາດອັນດັບໜຶ່ງຂອງອາເມລິກາ

ຫວຽດນາມ ແມ່ນຈຸດສຸມ ຍຸດທະສາດອັນດັບໜຶ່ງຂອງອາເມລິກາ - ảnh 1
(ພາບປະກອບ)

(vovworld) – ​ໃນ​ລະຫວ່າງ​ວັນ​ທີ 10 – 11/12, ຢູ່​ອາ​ເມ​ລິ​ກາ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ອາ​ເມ​ລິ​ກາ ຟ້າ​ມກວາງ​ວິ​ງ ​ໄດ້​ມີ​ການ​ພົບ​ປະກັນ​ທ່ານ​ສະມາຊິກ​ສະພາ​ສູງ Ben Cardin, ປະທານ​ອະນຸ​ກຳມາ​ທິການອາຊີ - ປາຊີ​ຟິກ ສັງ​ກັດ​ກຳມາ​ທິການ​ການ​ຕ່າງປະ​ເທດ​ສະພາ​ສູງອາ​ເມ​ລິ​ກາ, ທ່ານສະມາຊິກສະພາ​ຕໍ່າ Steve Chabot, ປະທານ​ອະນຸ​ກຳມາ​ທິການອາຊີ - ປາຊີ​ຟິກ ສັງ​ກັດ​ກຳມາ​ທິການ​ການ​ຕ່າງປະ​ເທດ​ສະພາ​ຕໍ່າອາ​ເມ​ລິ​ກາ ​ແລະ ສະມາຊິກ​ສະພາ​ຕໍ່າ Madeleine Bordallo ສະມາຊິກ​​ກຳມາທິການ​ກຳລັງ​ທະຫານ ​ແລະ ຊັບພະຍາກອນ​ທຳ​ມະ​ຊາດ. ທີ່​ບັນດາ​ການພົບ​ປະ, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ອາ​ເມ​ລິກາ ​ລ້ວນ​ແຕ່​ຕີ​ລາຄາ​ສູງ​ຂອບ​ເຂດ​ການ​ຮ່ວມ​ມື​ຄູ່​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ, ບັນດາ​ບາດກ້າວ​ບຸກທະລຸ​ໃນ​ການ​ພົວພັນ, ​ເນື້ອ​ໃນ​ຮ່ວມ​ມື​ທີ່​ນັບ​ມື້​ນັບ​ແທດ​ຈິງ ກໍ່​ຄື​ຄວາມ​ສາມາດບົ່ມ​ຊ້ອນ​ໃນ​ພັດທະນາ​​ການ​ພົວພັນລະຫວ່າງ​ອາ​ເມ​ລິ​ກາ ​ແລະ ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ. ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ອາ​ເມ​ລິ​ກາ​ຖື​ວ່າ ປີ 2015 ຈະ​ສ້າງ​ຂີດ​ໝາຍ​ໃໝ່ທີ່​ມີ​ຄວາມ​ໝາຍເມື່ອ 2 ປະ​ເທດຈັດ​ພິທີສະ​​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ການ​ສ້າງສາ​ຍ​ພົວພັນ​ດ້ານ​ການ​ທູດ​ເປັນ​ປົກກະຕິ. ດ້ວຍ​ຖານະ​ແມ່ນ​ບັນດາ​ຜູ້​ຕິດຕາມ​ສະພາບ​ການ​ຢູ່​ພາກ​ພື້ນ​ຢ່າງ​ໃກ້ຊິດ, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຖື​ວ່າ ອາຊີ - ປາຊີ​ຟິກ ສືບ​ຕໍ່​ແມ່ນ​ຈຸດ​ສຸມ​ອັນ​ດັບ​ໜຶ່ງ​ຂອງ​ອາ​​ເມ​ລິ​ກາ, ​ໃນ​ນັ້ນ​ມີ​ບົດບາດ​ສຳຄັນ​ຂອງ​ບັນດາ​ຄູ່​່ຮ່ວມ​ມື​ຄື ອາ​ຊຽນ ​ແລະ ຫວຽດນາມ, ບັນດາສະມາຊິກ​ສະພາ​ແຫ່ງ​ຊາດ​ເນັ້ນ​ໜັກ​ເຖິງ​ທັດສະນະ​ຖື​ວ່າ, ບັນດາ​ການ​ຂັດ​ແຍ້ງ​ຜືນ​ແຜນ​ດິນ​ໃນ​ພາກ​ພື້ນ ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ໂດຍ​ສັນຕິ, ອີ່​ງ​ໃສ່​ກົດໝາຍ​ສາກົນ ​ແລະ ບັນດາ​ຫຼັກການ​ປະພຶດ​ຂອງ​ພາກ​ພື້ນ. ທີ່​​ການ​ພົບ​ປະຄັ້ງ​ຕ່າງໆ, ທ່ານ​ເອກ​ອັກຄະ​ລັດຖະທູດ ຟ້າ​ມກວາງ​ວິ​ງ ປາດ​ຖະໜາ​ວ່າ, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ສືບ​ຕໍ່​ສະໜັບ​ສະ​ໜູນນການ​ພົວພັນ​ພັດທະ​ນາ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ແຕ່ລະ​ປະ​ເທດ ກໍ່​ຄື​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການພັດທະນາ​ໃນ​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ.

ຂ່າວ/ບົດ​ອື່ນ