(vovworld) - ຕອນເຊົ້າວັນທີ 24/8, ຢູ່ເຊີອູນ, ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ Bui Quang Vinh ແລະ ທ່ານລັດຖະມົນຕີກະຊວງຍຸດທະສາດ - ການເງິນ ສເກົາຫຼື Bahk Jaewan ໄດ້ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືໃນຂົງເຂດພາກລັດ ແລະ ພາກເອກະຊົນ (PPP). ຕາມຂໍ້ຕົກລົງນີ້, ຫວຽດນາມ ແລະ ສເກົາຫຼີ ຈະຈັດຕັ້ງການພົບປະຂັ້ນລັດຖະມົນຕີປະຈຳປີຢູ່ແຕ່ລະປະເທດ ເພື່ອແລກປ່ຽນຂໍ້ມູນຂ່າວສານ ແລະ ບັນດາບົດຮຽນທີ່ກ່ຽວຂ້ອງເຖິງ PPP. . ຄຽງຂ້າງນັ້ນ, ສອງປະເທດຈະສົມທົບກັນຈັດຕັ້ງບັນດາກອງປະຊຸມສຳມະນາສາກົນ, ການຢ້ຽມຢາມ ແລະ ເຮັດວຽກ ກໍ່ຄືການຖ່າຍທອດເຕັກໂນໂລຢີ, ແບ່ງປັນບົດຮຽນຂອງບັນດາຜູ້ຊ່ຽວຊານ ສເກົາຫຼີ ໃນຂົງເຂດ PPP . ນອກນັ້ນ, ທັງສອງຝ່າຍກໍ່ສົມທົບກັນໜູນຊ່ວຍບັນດາວິສາຫະກິດເອກະຊົນທີ່ມີການເຄື່ອນໄຫວໃນຂົງເຂດນີ້.