(VOVWORLD) - ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ຢັ້ງຢືນວ່າ ເສົາຄ້ຳດຳເນີນທຸລະກິດ - ການຄ້າ - ການລົງທຶນສວມບົດບາດເປັນກຳລັງຫຼັກແຫຼ່ງຊຸກຍູ້ການພົວພັນລວມຂອງສອງຝ່າຍ.
ໃນຂອບເຂດການປະຕິບັດງານຢູ່ ອາເມລິກາ, ເມື່ອເຮັດວຽກກັບບັນດາອົງການຕາງໜ້າດ້ານການຄ້າ ອາເມລິກາ (USTR), ກະຊວງງພະລັງງານ (DOE) ແລະ ບັນດາອົງການທີ່ກ່ຽວຂ້ອງ, ຕອນບ່າຍວັນທີ 13 ມີນາ, ຢູ່ນະຄອນ ວໍຊິງຕັນ, ທູດພິເສດຂອງທ່ານນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ, ຫງວຽນຮົ່ງຢຽນ, ໄດ້ເຂົ້າຮ່ວມພິທີລົງນາມ ແລະ ປະກາດບັນດາຂໍ້ຕົກລົງຮ່ວມມື, ສັນຍາຊື່ຂາຍລະຫວ່າງບັນດາວິສາຫະກິດ ຫວຽດນາມ ແລະ ອາເມລິກາ.
ເມື່ອກ່າວຄຳເຫັນທີ່ພິທີ, ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ຢັ້ງຢືນວ່າ ເສົາຄ້ຳດຳເນີນທຸລະກິດ - ການຄ້າ - ການລົງທຶນສວມບົດບາດເປັນກຳລັງຫຼັກແຫຼ່ງຊຸກຍູ້ການພົວພັນລວມຂອງສອງຝ່າຍ.
ອາເມລິກາ ກາຍເປັນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 2 ແລະ ແມ່ນໜຶ່ງໃນບັນດາຕະຫຼາດສົ່ງອອກສຳຄັນທີ່ສຸດຂອງ ຫວຽດນາມ ແລະ ພວມກາຍເປັນແຫຼ່ງສະໜອງບັນດາຜະລິດຕະພັນເຄື່ອງຈັກ, ອາໄຫຼ່, ວິທະຍາສາດເຕັກໂນໂລຢີ, ພະລັງງານໃຫ້ແກ່ ຫວຽດນາມ.
ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ໃຫ້ຮູ້ວ່າ ຫວຽດນາມ ປາດຖະໜາໃຫ້ ອາເມລິກາ ສືບຕໍ່ສ້າງເງື່ອນໄຂ, ໜູນຊ່ວຍວິສາຫະກິດສອງປະເທດເປີດກວ້າງການລົງທຶນ, ດຳເນີນທຸລະກິດຢ່າງມີປະສິດທິຜົນ, ພິເສດແມ່ນບັນດາໂຄງການວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ.
ພາຍໃຕ້ການເປັນສັກຂີພິຍານຂອງທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ, ມີຂໍ້ຕົກລົງຮ່ວມມືຫຼາຍສະບັບ ລວມມູນຄ່າ 4,15 ຕື້ USD ໄດ້ຮັບການລົງທຶນ.
ຟ້າມຮັວນ - ນັກຂ່າວ VOV ປະຈຳ ອາເມລິກາ